Skip to content ↓
map

UWC ເຣດ ຄຣອດສ໌ ນໍດິກ (UWC Red Cross Nordic)

ເຟັຣກເກິ (Flekke), ປະເທດນອກແວ

ນັກຮຽນ 205 ຄົນ, 

ອາຍຸ 16​ ຫາ 20 ປີ
 

ສ້າງຕັ້ງຂຶ້ນ

1995

3 March 2017

UWC ເຣດ ຄຣອດສ໌ ນໍດິກ  ປະກອບໄປດ້ວຍ 3 ໂຄງສ້າງທີ່ສຳຄັນໄດ້ແກ່ ຄວາມເປັນສະແກນດີເນວຽນ, ມະນຸດສາດ ແລະ ສິ່ງແວດລ້ອມ. ທຸກປະເທດໃນເຂດສະແກນດິເນວຽນໄດ້ມີສ່ວນຮ່ວມໃນການຊ່ວຍສ້າງໂຮງຮຽນແຫ່ງນີ້. ໃນບັນດາຜູ້ສ້າງໂຮງຮຽນຫຼັງນີ້ແມ່ນມີຮາກຖານມາຈາກ ອົງການກາແດງ (Red Cross) ໃນປະເທດນອກແວ ແລະ Sogn & Fjordane. ນັກຮຽນຈະໄດ້ຮັບໃບປະກາດ Red Cross ໃນການເຂົ້າຮ່ວມໂປຣແກຣມ ທາງດ້ານຄວາມຄິດສ້າງສັນ, ກິດຈະກຳ ແລະການຊ່ວຍເຫຼືອສັງຄົມ ຫຼື ທີ່ເອີ້ນວ່າ ແຄັດສ໌ (CAS). ອຸປະກອນກິລາຕ່າງໆແມ່ນຈະໄດ້ໃຊ້ຮ່ວມກັບ ສູນຟື້ນຟູ ຮັອກແລນ (Red Cross Haugland Rehabilitation Centre) ເຊິ່ງເປັນຄູ່ຮ່ວມດຳເນີນງານຢູ່ພາຍໃນໂຮງຮຽນ.

ຈຸດເດັ່ນຂອງໂຮງຮຽນ

  • ການລະດົມທຶນຈາກສາທາລະນະ (Public Funding): ການລະດົມທຶນຈາກສາທາລະນະຈາກບັນດາປະເທດໃນເຂດສະແກນດິເນວຽນໂດ້ເຮັດໃຫ້ໂຮງຮຽນແຫ່ງນີ້ສາມາດສືບຕໍ່ຄັດເລືອກທີ່ເອົານັກຮຽນທີ່ມີຄວາມສາມາດແລະຄວາມດີເປັນຫຼັກ, ເພື່ອທີ່ຈະສ້າງສະພາບແວດລ້ອມການຮຽນທີ່ມີຄວາມຫຼາກຫຼາຍເພື່ອໃຫ້ທຸກຄົນມີປະສົບການທີ່ແທ້ຈິງ.
  • ໂຄງການຊ່ວຍເຫຼືອຜູ້ລອດຊີວິດຈາກຄວາມຂັດແຍ້ງໃນສົງຄາມ (Survivors of Conflict Program): ໂຄງການນີ້ແມ່ນດຳເນີນການຮ່ວມກັນໂດຍ ອົງການກາແດງຂອງປະເທດນອກແວ (Norwegian Red Cross) ແລະ ສູນຟື້ນຟູຮັອກແລນ (Haugland Rehabilitation Centre) ເພື່ອຊ່ວຍຊາວໜຸ່ມຜູ້ທີ່ເສຍອົງຄະ ຍ້ອນຜົນກະທົບຈາກສົງຄາມໃຫ້ໄດ້ເຂົ້າຮຽນທີ່ UWC ເຣດ ຄຣອດສ໌ ນໍດິກ. ຈຸດປະສົງແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຮັດປະໂຫຍດ ແລະ ເປັນປະຊາກອນໂລກທີ່ມີຄຸນະພາບເພື່ອກັບໄປຊ່ວຍເຫຼືອສ້າງສາປະເທດຊາດບ້ານເມືອງ.
  • ໂຄງການກຽມປີຮຽນ (The Foundation Year Program): ຄວາມຈຳເປັນທີ່ຕ້ອງມີສຳຫຼັບນັກຮຽນທີ່ມີພື້ນຖານທີ່ຫຍຸ້ງຍາກ, ເຊິ່ງໂຄງການນີ້ແມ່ນສ້າງຂຶ້ນສຳລັບນັກຮຽນຜູ້ທີ່ຂາດເຂີນດ້ານການສຶກສາ ແລະ ມີຄວາມຈຳກັດໃນຄວາມສາມາດດ້ານພາສາອັງກິດ. ຈຸດປະສົງຫຼັກຂອງໂຄງການນີ້ແມ່ນເພື່ອສ້າງຄວາມໝັ້ນໃຈ, ກະກຽມຄວາມພ້ອມໃນການເຂົ້າຮ່ວມໃນສັງຄົມທີ່ຫຼາກຫຼາຍ ແລະ ຊ່ວຍກະກຽມນັກຮຽນມີຄວາມພ້ອມກັບຫຼັກສູດໃບປະກາດສະນີຍະບັດນາໆຊາດ.
ພາຍໃນຫ້ອງຮຽນ 

UWC ເຣດ ຄຣອດສ໌ ນໍດິກ  ໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນທົ່ວໄປແລ້ວ, ໂຮງຮຽນຍັງມີວິຊາພາສາເດັນໝາກ, ນອກແວ, ສະວີເດັນ ແລະ ວິຊາສັງຄົມສາດ, ໂຄງການວິທະຍາສາດ, ສິນລະປະການສະແດງ. ຍິ່ງໄປກວ່ານັ້ນ, ນັກຮຽນປີໜຶ່ງແມ່ນຕ້ອງໄດ້ເຂົ້າຮ່ວມໂປຣແກຣມປະຈຳອາທິດກ່ຽວກັບການເຝິກຝົນທັດສະທີ່ຈຳເປັນໃນຊີວິດ (Red Cross Nordic Life Skills), ເຊິ່ງລວມມີ ການສຳຫຼວດ ແລະ ພັດທະນາຄວາມຮູ້ຂອງນັກຮຽນໃນຫົວຂໍ້ທີ່ກ່ຽວກັບ ຄວາມສຳຄັນຂອງ Red Cross ແລະ Nordic, ​ມະນຸດສາດ ແລະ ສິ່ງແວດລ້ອມທີ່ເປັນແກນສຳຄັນຂອງໂຮງຮຽນແຫ່ງນີ້.

ນອກຫ້ອງຮຽນ 

ກິດຈະກຳນອກຫ້ອງຮຽນຂອງໂຮງຮຽນຫຼັງນີ້ ໄດ້ເລັ່ງໃສ່ 3 ແກນສຳຄັນດັ່ງນີ້: ຄວາມເປັນສະແກນດີເນວຽນ, ມະນຸດສາດ ແລະ ສິ່ງແວດລ້ອມ. ກິດຈະກຳເຫຼົ່ານີ້ແນໃສ່ການຊ່ວຍເຫຼືອສັງຄົມຮ່ວມກັບກິດຈະກຳຫຼາຍຢ່າງທີ່ມີຄວາມຫຼາກຫຼາຍ ທາງດ້ານວັດທະນະທຳ ແລະ ກິດຈະກຳນອກເດີ່ນ. ສິ່ງນີ້ສາມາດຢູ່ໃນຮູບແບບກິດຈະກຳຍາມວ່າງ, ກິດຈະກຳນອກເວລາຮຽນ, ໂຄງການຮຽນຮູ້ພື້ນຖານ, Frilufsveke - ການເລັ່ນສະກີເປັນໄລຍະເວລາອາທິດໜຶ່ງ, ໂປຣແກຣມງານພິເສດຕ່າງໆ, ໂຄງການສົນທະນາກ່ຽວກັບບັນຫາໂລກ, ງານສະແດງວັດທະນະທຳ, ຄວາມຮັບຜິດຊອບພາຍໃນພື້ນທີ່ໂຮງຮຽນ, ການຊ່ວຍເຫຼືອສັງຄົມ (ເຊັ່ນວ່າ: ຄ່າຍພັກຂອງໂຮງຮຽນ ທີ່ນັກຮຽນແຕ່ລະຊັ້ນທຸກຄົນຈະຕ້ອງໄດ້ປະກອບສ່ວນ ເຊິ່ງເປັນພາກສ່ວນສຳຄັນໃນໂປຣແກຣມການຊ່ວຍເຫຼືອສັງຄົມນີ້; ອາສາສະໝັກໃນສູນຟື້ນຟູຮັອກແລນ (Haugland Rehabilitation) ແລະ ໂຄງການທີ່ນັກຮຽນເປັນຜູ້ກໍ່ຕັ້ງຂຶ້ນເອງ.

ນອກຈາກນີ້, ໂຮງຮຽນຍັງໄດ້ມີການຈັດຕັ້ງເຮັດກິດຈະກຳ ສອນເຮັດເຄື່ອງປັ້ນດິນເຜົາ, ຖັກຫຍິບ ແລະ ສະໜັບສະໜູນສິລະປະການປະດິດສ້າງ ແລະ ການແຕ້ມຮູບຢູ່ທີ່ ສູນຟື້ນຟູຮັອກແລນ (Haugland Rehabilitation Centre). ໂຮງຮຽນແຫ່ງນີ້ຍັງອ້ອມຮອບໄປດ້ວຍທຳມະຊາດທີ່ສວຍສົດງົດງາມຂອງແມ່ນ້ຳ fjord ແລະ ພູເຂົາ ເຊິ່ງເປັນທີ່ຕັ້ງທີ່ດີສຳລັບກິດຈະກຳທາງນ້ຳ ແລະ ເທິງພູ. ແລະນັກຮຽນປີໜຶ່ງຍັງມີໂອກາດເຝິກຝົນຕົນເອງໃຫ້ເປັນຜູ້ນຳພາຫົວໜ້າກິດຈະກຳນອກເດີ່ນເພື່ອທີ່ຈະໄດ້ມີຄວາມສາມາດໃນການເຝິກຊ້ອມເມື່ອຮຽນຢູ່ປີສອງ. ນອກຈາກນີ້ ທາງໂຮງຮຽນຍັງມີງານ Ridderrennet ເຊິ່ງແມ່ນງານການແຂ່ງຂັນສະກີນາໆຊາດປະຈຳປີ ສຳຫຼັບຄົນທີ່ເສຍອົງຄະ, ເຊິ່ງຈະມີນັກຮຽນທີ່ຖືກສົ່ງໄປເຂົ້າຮ່ວມ ແລະ ເປັນອາສາສະໝັກ.

ຫຼັກສູດໄລຍະສັ້ນ
 

UWC ເຣດ ຄຣອດສ໌ ນໍດິກ ມີການເປີດການສອນໃນຍາມພັກແລ້ງ ກ່ອນສົກຮຽນໃໝ່ຈະເປີດຂຶ້ນ, ເພື່ອທີ່ຈະໄດ້ກະກຽມໃຫ້ນັກຮຽນຊຸດໃໝ່ຜູ້ທີ່ມີຄວາມຈຳກັດໃນເລື່ອງການໃຊ້ພາສາອັງກິດ, ຊ່ວຍໃຫ້ນັກຮຽນມີຄຸ້ນເຄີຍກັບສະພາບແວດລ້ອມໃໝ່ ພ້ອມທັງ ຊ່ວຍໃຫ້ພວກເຂົາສ້າງສາຍສຳພັນທີ່ດີ ອັນເປັນການກະກຽມເລີ່ມໃຊ້ຊີວິດໃນ UWC ພາຍໃນຮົ້ວໂຮງຮຽນ.

ໂຮງຮຽນ ແລະ ສິ່ງເອື້ອອຳນວຍຄວາມສະດວກ
 

ພາຍໃນໂຮງຮຽນແຫ່ງນີ້ມີບ້ານພັກນັກຮຽນ 5 ຫຼັງ, ເຊິ່ງແຕ່ລະຫຼັງຈະມີນັກຮຽນອາໄສຢູ່ຈຳນວນ 40 ຄົນ. ແຕ່ລະຫ້ອງແມ່ນສາມາດຢູ່ໄດ້ 5 ຄົນ ເຊິ່ງມີການຕົກແຕ່ງໃນຮູບແບບພື້ນເມືອງ ຂອງນອກແວ, ແຕ່ລະຫ້ອງນອນຈະມີຫ້ອງນ້ຳຂອງໃຜມັນ. ຫ້ອງຊັກເຄື່ອງແມ່ນຈະຕັ້ງຢູ່ລະຫວ່າງກາງ ຂອງໝູ່ບ້ານນັກຮຽນ. UWC Connect ເຊິ່ງເປັນບໍລິສັດທີ່ໃຫ້ທຶນສະໜັບສະໜູນ UWC ເຣດ ຄຣອດສ໌ ນໍດິກ ແມ່ນມີໜ້າທີ່ການຕ້ອນຮັບແຂກພາຍນອກທີ່ຈະເຂົ້າມາຢ້ຽມຢາມໂຮງຮຽນ, ເຊິ່ງເປັນບ້ານສອງຫຼັງທີ່ຕັ້ງຢູ່ພາຍໃນໂຮງຮຽນ ແລະ ມີຈຸດປະສົງທີ່ຈະໃຫ້ແຂກທີ່ມາຢ້ຽມຢາມໄດ້ສຳຜັດກັບສະພາບແວດລ້ອມຂອງໂຮງຮຽນ. ນອກຈາກນີ້ຍັງມີສະລອຍນ້ຳທີ່ເອື້ອອຳນວຍຄວາມສະດວກໃຫ້ນັກຮຽຮນຢູ່ທີ່ສູນຟື້ນຟູຮັອກແລນ (Haugland Centre) ພ້ອມທັງ ຫ້ອງອອກກຳລັງກາຍເພາະກາຍ ແລະ ສະໂມສອນກິລາ.

ທີ່ຕັ້ງທາງດ້ານພູມສາດ
 

UWC ເຣດ ຄຣອດສ໌ ນໍດິກ ຕັ້ງຢູ່ໃກ້ແມ່ນ້ຳ fjord ທີ່ງົດງາມ ຢູ່ຊາຍຝັ່ງຕາເວັນຕົກ ຂອງປະເທດນອກແວ, ເຊິ່ງໃຊ້ເວລາປະມານ 40 ນາທີ ຈາກສະໜາມບິນ ຟໍເດິ ບຣິນລັງ (Førde Bringeland), ແລະ ປະມານ 3 ຊົ່ວໂມງ ຈາກ ສະໜາມບິນນານາຊາດ ເບີເກນ (Bergen)

ການສະໝັກ
 

ນັກຮຽນແມ່ນສາມາດສະໝັກທຶນຜ່ານທາງຄະນະກຳມະການ UWC ໃນແຕ່ລະປະເທດ ຫຼື UWC Global Selection Programme. ຍິ່ງໄປກວ່ານັ້ນ, ໂຮງຮຽນຍັງມີຂໍ້ສະເໜີພິເສດ ສຳລັບຜູ້ລອດຊີວິດຈາກຜົນກະທົບຈາກຄວາມຂັດແຍ້ງຂອງສົງຄາມເອີ້ນວ່າ Survivors of Conflict Programme ແລະ ຄົນປະຈຳທ້ອງຖິ່ນເອີ້ນວ່າ Sogn & Fjordane. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ເຣດ ຄຣອດສ໌ ນໍດິກ, ສາມາດຕິດຕາມໄດ້ທີ່.

You have not allowed cookies and this content may contain cookies.

If you would like to view this content please

ລາຍລະອຽດສາມາດຕິດຕໍ່


UWC Red Cross Nordic
6968 Flekke,
Norway

18 Colleges
Worldwide