Skip to content ↓
map

UWC ໄອແຊັກ ຍີ່ປຸ່ນ (UWC ISAK Japan)

ກາຣຸອິຊາວາ (Karuizawa), ປະເທດຍີ່ປຸ່ນ 

ນັກຮຽນ 175 ຄົນ, ອາຍຸລະຫວ່າງ 15-19ປີ 

ສ້າງຕັ້ງຂຶ້ນ

2014

3 March 2017

UWC ໄອແຊັກ ປະເທດຍີ່ປຸ່ນເປັນໂຮງຮຽນ UWC ທີ່ໃໝ່ທີ່ສຸດ, ເຊິ່ງເປີດຮັບສະໝັກນັກຮຽນລຸ້ນທຳອິດໃນລະດູໄບໄມ້ຫຼົ່ນປີ 2017. ທ່ານນາງ ລິນ ໂກບາຢາຊິ  ແມ່ນຜູ້ກໍ່ຕັ້ງ UWC ໄອແຊັກ ປະເທດຍີ່ປຸ່ນຂຶ້ນ, ເຊິ່ງທ່ານໄດ້ຄົ້ນພົບວ່າມີຕົນເອງມີຄວາມຫຼົງໄຫຼກັບການສຶກສາທົ່ວໂລກໃນຂະນະທີ່ທ່ານກຳລັງສຶກສາຢູ່ທີ່ໂຮງຮຽນ UWC ເພຍສັນ (UWC Pearson) ປະເທດແຄນນາດາ. ສິ່ງນີ້ຄືແຮງບັນດາໃຈອັນສຳຄັນທີ່່ເຮັດໃຫ້ທ່ານກໍ່ຕັ້ງ UWC ໄອແຊັກຂື້ນໃນປີ 2014, ເພື່ອໃຫ້ການສຶກສາແກ່ຜູ້ນຳເຍົາວະຊົນຈາກທົ່ວໂລກທີ່ຈະມາເປັນຜູ້ປ່ຽນແປງໄລກໃຫ້ໄປໃນທາງທີ່ດີຂື້ນ. 

3 ລັກສະນະເດັ່ນຂອງໂຮງຮຽນ

  • ໂຄງການຄວາມເປັນຜູ້ນຳ (Leadership Programme): ຍ້ອນໂຄງການຄວາມເປັນຜູ້ນຳທີ່ທັນສະໄໝ, ເຊິ່ງປະສົມປະສານລະຫວ່າງການເຝິກຝົນຄວາມມີລະບຽບວິໄນຂອງຕົນເອງ ແລະ ການອອກແບບອັນທັນສະໄໝ ໄດ້ເຮັດໃຫ້ນັກຮຽນສາມາດຄົ້ນພົບວ່າສິ່ງໃດເປັນສິ່ງທີ່ສຳຄັນທີ່ສຸດຕໍ່ຕົນເອງເມື່ອພວກເຂົາໄດ້ກາຍເປັນຕົວແທນອັນສຳຄັນໃນການປ່ຽນແປງໂລກໃຫ້ດີຂຶ້ນ. ການເຝິກຝົນໃຫ້ມີຄວາມເປັນຜູ້ນຳຖືກລວມຢູ່ໃນທຸກດ້ານຂອງຊີວິດບໍ່ວ່າຈະເປັນໃນການສຶກສາ, ກິດຈະກຳນອກຫ້ອງຮຽນ, ແລະ ປະສົບການດ້ານທີ່ຢູ່ອາໄສ. 
  • ໂຄງການທີ່ນັກຮຽນເປັນຜູ້ນຳ (Student-led Approach): ນັກຮຽນຢູ່ໂຮງຮຽນແຫ່ງນີ້ແມ່ນຖືກສົ່ງເສີມ ແລະ ຜັກດັນໃຫ້ມີຄວາມອິດສະຫຼະພາບ. ນັກຮຽນມີອໍານາດທີ່ຈະເລີ່ມຕົ້ນ ແລະ ເປັນຜູ້ນຳ ສະມາຄົມນັກຮຽນ, ວາງແຜນສ້່າງກິດຈະກໍາແລະ ງານຢູ່ໂຮງຮຽນ, ພ້ອມທັງ ສ້າງ ແລະ ເບິ່ງແຍງນະໂຍບາຍໃນຫໍພັກນັກຮຽນ. 
  • ພາສາ ແລະ ວັດທະນະທຳຍີ່ປຸ່ນ (Japanese Language & Culture): ນອກຈາກນັກຮຽນຈະມີໂອກາດໄດ້ຮຽນພາສາຍີ່ປຸ່ນແລ້ວ, ການອອກນອກສະຖານທີ່ ແລະ ທັດສະນະສຶກສາຢ່າງເປັນປະຈຳໄດ້ເປີດໂອກາດໃຫ້ນັກຮຽນໄດ້ສຳຫຼວດວັດທະນະທຳ, ປະຫວັດສາດ ແລະ ປະເພນີຂອງປະເທດຍີ່ປຸ່ນ. ນັກຮຽນສາມາດຮຽນຮູ້ເຖິງສິລະປະການຈັດລຽນດອກໄມ້ຂອງປະເທດຍີ່ປຸ່ນ ແລະ ເຂົ້າຮ່ວມພິທີດື່ມນ້ຳຊາ, ການຢ້ຽມຢາມລາດຊະວັງດັ້ງເດີມ, ບໍ່ນ້ຳພຸຮ້ອນ, ວັດວາອາຮາມ, ແລະ ສະຖານທີ່ສັກສິດ ພ້ອມທັງເຂົ້າຮ່ວມມ່ວນຊື່ນເທດສະການ ແລະ ການສະແດງປະຈຳທ້ອງຖິ່ນ, ທ່ຽວຊົມຫໍພິພິທະພັນ, ໂຮມສະເຕ ແລະ ອື່ນໆ.
ພາຍໃນຫ້ອງຮຽນ 

UWC ໄອແຊັກຂອງປະເທດຍີ່ປຸ່ນໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນສຳລັບນັກຮຽນຢູ່ຊັ້ນປີທີ 6 ແລະ 7. ພ້ອມກັນນັ້ນໂຮງຮຽນຍັງມີຂັ້ນກຽມຫຼັກສູດເຊິ່ງແມ່ນຊັ້ນປີທີ 5 ເພື່ອກະກຽມໃຫ້ນັກຮຽນມີຄວາມພ້ອມທີ່ຈະເຂົ້າຮຽນຫຼັກສູດຈິງແບບເຕັມຮູບແບບ, ແຕ່ນັກຮຽນ ທີ່ ຢູ່ໂຮງຮຽນແຫ່ງນີ້ສ່ວນໃຫຍ່ເລີ່ມເຂົ້າຮຽນຕັ້ງແຕ່ຊັ້ນປີທີ  6 ເປັນຕົ້ນໄປ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, UWC ໄອແຊັກຍັງມີວິຊາພາສາຍີ່ປຸ່ນ, ຈີນ, ປະຫວັດສາດ, ເສດຖະສາດ, ວິທະຍາສາດ, ຮຸບເງົາ ແລະ ສິລະປະກຳໃຫ້ນັກຮຽນໄດ້ເລືອກຮຽນອີກດ້ວຍ.

ນອກຫ້ອງຮຽນ 

ນັກຮຽນຢູ່ໂຮງຮຽນແຫ່ງນີ້ສາມາດມີສ່ວນຮ່ວມໃນກິດຈະກຳນອກໂຮງຮຽນທີ່ຫຼາກຫຼາຍ ບໍ່ວ່າຈະເປັນກິດຈະກຳດ້ານກິລາ, ສະມາຄົມພາສາ ໄປຈົນເຖິງ ການໂຕ້ວາທີໃນຮູບແບບຄ້າຍກັບອົງການສະຫະປະຊາຊາດ (MUN). ປັດຈຸບັນນີ້ລວມມີຫຼາຍກວ່າ 50 ສະມາຄົມ ແລະ ກິດຈະກຳ, ເຊິ່ງທັງໝົດລ້ວນແຕ່ກໍ່ຕັ້ງຂຶ້ນ ແລະ ດຳເນີນດ້ວຍນັກຮຽນ, ແລະ ກໍມີໂຄງການອາສາສະໝັກທີ່ເກີດຂຶ້ນໃນທຸກໆປີໃຫ້ນັກຮຽນໄດ້ເລືອກເຂົ້າຮ່ວມອີກດ້ວຍ. ນອກຈາກນັ້ນ,​ທາງ UWC ໄອແຊັກ ຍັງໄດ້ເປັນເຈົ້າພາບງານໃຫ້ຄວາມຮູ້ (workshops) ແລະ ບັນຍາຍ ຮ່ວມກັບ ນັກລົງທຶນ, ນັກວິໄຈ ແລະ ນັກປະດິດ ຕະຫຼອດປີອີກດ້ວຍ.

ນັກຮຽນໃນຫຼັກສູດນີ້ໄດ້ອອກແບບ, ດຳເນີນການ ແລະ ຈັດການໂຄງການດ້ານຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກຳ ແລະ ການຊ່ວຍເຫຼືອສັງຄົມ ຫຼືເອີ້ນວ່າ ແຄັດສ໌ (CAS) ຂອງຕົວເອງເປັນເວລາສອງປີໃນເວລາຮຽນຊັ້ນປີທີ 6 ແລະ 7. ກິດຈະກຳທາງດ້ານສິລະປະກຳລວມມີ ການເບິ່ງຮູບເງົາ, ເຕັ້ນ, ຮ້ອງເພງ, ໜັງ, ສະມາຄົມວາລະສານນັກຮຽນ ແລະ ອື່ນໆ. ຢູ່ໂຮງຮຽນແຫ່ງນີ້ຍັງມີກິດຈະກຳທາງດ້ານກິລາ (ເຊິ່ງລວມມີ ກິລາບານບ້ວງ, ບານສົ່ງ, ຣັກບີ້, ຕີບານ, ເຕະບານ ແລະ ແລ່ນ), ການສຶກສານອກສະຖານທີ່ (ການເດີນປ່າ, ການຕັ້ງແຄ້ມ) ແລະ ກໍຍັງມີ ກິດຈະກຳນອກໂຮງຮຽນ (ສະກີ, ສະໂນບຣອດ (snowboarding), ລອຍນ້ຳ).

ຫຼັກສູດໄລຍະສັ້ນ 

ໂຮງຮຽນພັກແລ້ງ UWC ISAK Japan Summer School ຂອງ UWC ໄອແຊັກ ເປັນຫຼັກສູດຮຽນພັກແລ້ງພຽງເວລາ 2 ອາທິດເທົ່ານັ້ນ, ເຊິ່ງເປີດຂຶ້ນສຳລັບນັກຮຽນຊັ້ນມັດທະຍົມຕົ້ນ (ອາຍຸປະມານ 12​ ຫາ 14 ປີ) ຈາກທົ່ວທຸກມຸມໂລກ. ຄູບາອາຈານ ແລະ ພະນັກງານຈາກທົ່ວທຸກໂລກໄດ້ທ້າທາຍ, ສົ່ງເສີມໃຫ້ນັກຮຽນມີສ່ວນຮ່ວມ ແລະ ເປັນແຮງບັນດານໃຈໃຫ້ນັກຮຽນເຂົ້າຮ່ວມກິດຈະກຳທີ່ມີຫົວຂໍ້ກ່ຽວກັບບັນຫາໂລກ, ການເຝິກຝົນທາງດ້ານແນວຄວາມຄິດ, ຄວາມເປັນຜູ້ນຳ, ການອອກແບບນະວັດຕະກຳໃໝ່ໆ, ກິດຈະກຳນອກໂຮງຮຽນ, ປະສົບການຈາກການຮຽນຮູ້ວັດທະນະທຳຂອງຍີ່ປຸ່ນ. ຕັ້ງແຕ່ປີ 2010, ນັກຮຽນມາຈາກຫຼາຍກວ່າ 80 ປະເທດໄດ້ເຂົ້າຮຽນພັກແລ້ງຢູ່ໂຮງຮຽນແຫ່ງນີ້.

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ​​​​​​​ 

ໂຮງຮຽນ UWC ໄອແຊັກ ມີການອອກແບບທີ່ທັນສະໄໝ, ເຊິ່ງໄດ້ຖືກອອກແບບໂດຍບັນດານັກສະຖາປະນິກທີ່ໄດ້ຮັບລາງວັນໃນການອອກແຍບບມາບໍ່ໜ້ອຍ, ການອອກແບບແມ່ນສື່ເຖິງຫຼັກການອອກແບບອັນເກົ່າແກ່ຂອງຍີ່ປຸ່ນ. ສະຖານທີ່ຕັ້ງຂອງໂຮງຮຽນແມ່ນຖືກອ້ອມຮອບໄປດ້ວຍປ່າໄມ້, ເຊິ່ງເປັນສະພາບແວດລ້ອມທີ່ເປັນຕາຢູ່ ແລະ ເໝາະແກ່ການຮຽນ. ສູນສຶກສາກາມີຢາມາ (Kamiyama Academic Center) ເຊິ່ງສຳເລັດການສ້າງໃນປີ 2016, ເປັນອາຄານທີ່ເຕັມໄປດ້ວຍແສງສະຫວ່າງເຊິ່ງລວມມີຫ້ອງຮຽນ, ຫ້ອງສະໝຸດ ຫຼື ສູນເທັກໂນໂລຢີ, ຫ້ອງສຳລັບຄົ້ນຄວ້າບົດຮຽນ, ແລະ ຫ້ອງການຂອງໂຮງຮຽນ. ອາຄານອາສາມາ (Asama building) ຍັງປະກອບມີຫ້ອງຮຽນ, ຫ້ອງທົດລອງ, ຫ້ອງອາຫານ ແລະ ເດີ່ນໂຮງຮຽນອີກດ້ວຍ. ສຳລັບສະຖານທີ່ອາໄສຂອງນັກຮຽນແມ່ນຫຼາຍບ້ານຕັ້ງຢູ່ລຽນກັນເປັນແຖວ, ເຊິ່ງແຕ່ລະຫຼັງມີປະຕູອອກນອກຂອງໃຜມັນ. ບ້ານແຕ່ລະຫຼັງມີນັກຮຽນອາໄສຢູ່ປະມານ 12​ ຫາ 18 ຄົນ ແລະ ຫ້ອງໜຶ່ງແມ່ນມີພຽງ 2 ຫາ 4 ຄົນເທົ່ານັ້ນ, ນອກຈາກນັ້ນ, ແຕ່ລະຫຼັງຍັງມີຫ້ອງຄົວ ແລະ ຫ້ອງນັ່ງຫຼິ້ນຂະໜາດໃຫຍ່ອີກດ້ວຍ. ນັກຮຽນຍັງສາມາດໄດ້ໃຊ້ບໍລິການສະໂມສອນກິລາທີ່ມີເດີ່ນບານບ້ວງ ແລະ ສະໜາມຫຍ້າໄວ້ໃຫ້ນັກຮຽນໄດ້ຫຼິ້ນກິລາ ພ້ອມທັງເຄື່ອງຈັກແລ່ນອອກກຳລັງກາຍໄວ້ໃຫ້ນັກຮຽນໄດ້ໃຊ້ຕະຫຼອດປີ.   

ທີ່ຕັ້ງທາງດ້ານພູມສາດ​​​​​​​ 

UWC ໄອແຊັກຕັ້ງຢູ່ເຂດ ນາກາໂນ,​ ຢູູ່ເມືອງ ກາຣູອິຊາວາ (ປະຊາກອນປະມານ 20,000 ຄົນ), ເຊິ່ງຫ່າງຈາກນະຄອນຫຼວງໂຕກຽວປະມານ 70 ນາທີຖ້າເດີນທາງໂດຍລົດໄຟຄວາມໄວສູງ. ເມືອງກາຣູອິຊາວາເປັນສະຖານທີ່ທ່ອງທ່ຽວອັນໂດ່ງດັງໃນທຸກລະດູ, ແມ້ກະທັ່ງຊ່ວງຫິມະຕົກ.

ວິທີສະໝັກ 

ສຳລັບນັກຮຽນທີ່ຈະເຂົ້າຮຽນຊັ້ນມັດທະຍົມປີທີ 6 ແມ່ນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programme. ສ່ວນນັກຮຽນທີ່ຢາກຈະເຂົ້າຮຽນຊັ້ນມັດທະຍົມປີທີ 5 ແມ່ນສາມາດສະໝັກຜ່ານທາງໂຮງຮຽນໄດ້ໂດຍກົງ. ສຳລັບຂໍ້ມູນນເພີ່ມເຕີມກ່ຽວກັບUWC ໄອແຊັກ, ສາມາດຕິດຕາມໄດ້ທີ່.

 

ລາຍລະອຽດສາມາດຕິດຕໍ່


UWC ISAK Japan
5827-136 Nagakura,
Karuizawa-machi
Kitasaku-gun,
Nagano 389-0111

18 Colleges
Worldwide