ທ່ານ ເຄີດ ຮານ (Kurt Hahn)
ຜູ້ກໍ່ຕັ້ງຂະບວນການ UWC
ທ່ານເປັນບຸກຄົນທີ່ມີຄວາມສຳຄັນຫຼາຍໃນພາກສ່ວນການສຶກສານາໆຊາດ ໃນສັດຕະວັດທີ 20. ທ່ານ ຮານ ໄດ້ຖືກກຳເນີດທີ່ປະເທດ ເຢຍລະມັນ ໃນປີ 1886 ໃນຄອບຄົວຊາວຢິວ. ທ່ານ ຮານ ໄດ້ເຂົ້າຮັບການສຶກສາທີ່ ເຢຍລະມັນ ແລະ ຮຽນຕໍ່ທີ່ ອັອກສຟອດ (Oxford), ກ່ອນທີ່ສົງຄາມໂລກຄັ້ງທີໜຶ່ງຈະເຮັດໃຫ້ລາວກັບມາທີ່ເຢຍລະມັນ. ຄວາມສົນໃຈໃນການນຳໃຊ້ການສຶກສາເປັນບໍ່ເກີດແຫ່ງຄວາມດີຂອງທ່ານນັ້ນໄດ້ເລີ່ມຂຶ້ນເມື່ອທ່ານພົບເຫັນບ່າງຢ່າງລະຫວ່າງສົງຄາມໂລກ ແລະ ຍ້ອນແຮງສະໜັບສະໜູນຂອງເຈົ້າຊາຍ ແມັກສ໌ ວອນ ດາເບີນ (Max von Baden), ເຊິ່ງແມ່ນຈັກກະພັດອົງສຸດທ້າຍທີ່ຖືຕຳແໜ່ງເປັນຜູ້ນຳຂອງປະເທດເຢຍລະມັນ. ໃນປີ 1920 ທ່ານ ຮານໄດ້ສ້າງຕັ້ງໂຮງຮຽນ ຊາເລມ (Salem) ຂຶ້ນຢູ່ເຢຍລະມັນ, ເຊິ່ງສ້າງຕັ້ງຂຶ້ນບົນພື້ນຖານການໃຫ້ກຽດ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມຕື່ນຕົວເຖິງຄວາມສຳຄັນຂອງຂະບວນການປະຊາທິປະໄຕໃນການສະໜັບສະໜູນຄວາມຄິດດັ່ງກ່າວ. ໃນປີ 1933, ທ່ານ ຮານ ຖືກເນລະເທດໄປລາຊະອານາຈັກອັງກິດ ຫຼັງຈາກທີ່ທ່ານປະນາມເຖິງການກະທຳຂອງ ນາຊີ (Nazis). ນອກຈາກນັ້ນ, ທ່ານຍັງໄດ້ສ້່າງໂຮງຮຽນ ກໍດອນສະຕູນ (Gordonstoun) ທີ່ປະເທດ ສະວິດຊະແລນ ຂຶ້ນບົນພື້ນຖານ 4 ຫຼັກ ເຊິ່ງລວມມີ: ສາກົນນິຍົມ, ຄວາມທ້າທາຍ, ໜ້າທີ່ຄວາມຮັບຜິດຊອບ ແລະ ການຊ່ວຍເຫຼືອສັງຄົມ.
ທ່ານ ຮານມີບົດບາດສຳຄັນສຳຄັນຫຼາຍຕໍ່ການສ້າງຕັ້ງອົງການ ການສຶກສາສາກົນທີ່ບໍ່ຫວັງຜົນປະໂຫຍດ, ເອົ້າເຫວີດ ບ່າວ (Outward Bound), ລາງວັນຂອງໄວໜຸ່ມເອດິນເບີຣກ ( the Duke of Edinburgh’s Award), ແລະ ທ່ານຍັງເປັນຜູ້ຮ່ວມສ້າງຕັ້ງຂະບວນການ UWC ກັບ ວິທະຍາໄລ ອັດລານຕິກ ໃນປີ 1962. ໃນລະຫວ່າງການເຂົ້າຮ່ວມປະຊຸມທີ່ ສູນຝຶກຊ້ອມການທະຫານ ນາໂຕ (NATO) ໃນປີ 1958, ທ່ານ ຮານ ໄດ້ຮັບແຮງບັນດານໃຈຈາກການຮ່ວມມືລະຫວ່າງຜູ້ນຳຂອງຫຼາຍປະເທດທີ່ເຄີຍເປັນສັດຕູກັນຈາກສົງຄາມໂລກຄັ້ງທີ 2. ທ່ານ ຮານຄິດວ່າ ຖ້າເຮົາສາມາດນຳເອົານັກຮຽນຈາກທົ່ວທຸກມຸມໂລກມາຮຽນນຳກັນ, ເຮົາຈະສາມາດປ້ອງກັນຂໍ້ຂັດແຍ່ງທີ່ອາດຈະເກີດຂຶ້ນໄດ້ໃນອະນາຄົດ. ຍ້ອນຄວາມເຊື່ອໃນພະລັງຂອງການສຶກສາທີ່ຈະສາມາດປ່ຽນແປງໂລກໃບນີ້, ຂະບວນການ UWC ຈຶ່ງເກີດຂຶ້ນ ດ້ວຍພາລະກິດທີ່ຈະນຳໃຊການສຶກສາເປັນແຮງຮວບຮວມ ຜູ້ຄົນທີ່ມີຄວາມແຕກຕ່າງກັນດ້ານເຊື້ອຊາດ ແລະ ວັດທະນະທຳ ມາຢູ່ຮ່ວມກັນ ເພື່ອຄວາມສັນຕິພາບ ແລະ ອະນາຄົດທີ່ໝັ້ນຄົງ. ຕໍ່ມາ ໃນປີ 1962, ວິທະຍາໄລ ອັດລານຕິກ (Alantic College) ເຊິ່ງແມ່ນ ໂຮງຮຽນ UWC ແຫ່ງທຳອິດ ໄດ້ເປີດຂຶ້ນຢ່າງເປັນທາງການທີ່ເວວສ໌ (Wales), ລາຊະອານາຈັກອັງກິດ.
ທ່ານ ຮານ ຜູ້ເປັນວິລະບຸລິດຂອງຂະບວນການ UWC ໄດ້ເສຍຊີວິດລົງໃນປີ 1974. ຊື່ຂອງທ່ານຮານ ໄດ້ຖືກຈາລຶກໄວ້ປຶ້ມວັດຈະນານຸກົມຊີວະປະວັດແຫ່ງຊາດຂອງສະຫະອານາຈັກອັງກິດວ່າເປັນ “ຜູ້ນຳ ແລະ ພົນລະເມືອງຂອງມວນມະນຸດທັງຫຼາຍ.” ຜົນງານຂອງທ່ານຮັ່ນ ຍັງຄົງເປັນໜຶ່ງໃນສິ່ງທີ່ມີຄວາມຈຳເປັນ ແລະ ສຳຄັນທີ່ສຸດໃນປະຫວັດສາດ ຂອງການສຶກສາສາກົນດ້ານແນວຄວາມຄິດ ແລະ ຈິດໃຈ.
“ຂ້າພະເຈົ້າຖືວ່າມັນເປັນວຽກທີ່ສໍາຄັນຂອງການສຶກສາ ເພື່ອຮັບປະກັນຄວາມຍືນຍົງຂອງສິ່ງເຫຼົ່ານີ້: ຄວາມຢາກຮູ້ຢາກເຫັນແບບກ້າໄດ້ກ້າເສຍ, ຈິດວິນຍານທີ່ບໍ່ເຄີຍຍອມແພ້, ຄວາມຍຶດໝັ້ນກັບການສະແຫວງຫາ, ຄວາມພ້ອມໃນການປະຕິເສດຕົນເອງ ແລະ ທ້າຍສຸດກໍຄື ຄວາມເຫັນອົກເຫັນໃຈ.”