Skip to content ↓

ບົດຄຸ້ມຄອງ/ ຄຳນຳ Pastoral Care

UWC ມີຄວາມມຸ່ງຫມັ້ນທີ່ເຂັ້ມແຂງຕໍ່ການຊ່ວຍເຫຼືອ, ການພັດທະນາ, ແລະການສະຫນັບສະຫນູນນັກຮຽນຂອງພວກເຮົາ - ແຕ່ລະຄົນແລະໂດຍລວມ - ແລະໃຫ້ຄວາມສຳຄັນກ່ຽວກັບບົດບາດໃນການດຳລົງຊີວິດໃນຄອບຄົວຂອງUWC. ການນໍາເອົານັກຮຽນມາຮ່ວມກັນຈາກທົ່ວໂລກເປັນສ່ວນຫນຶ່ງຂອງຄວາມມຸ່ງຫມັ້ນຂອງພວກເຮົາທີ່ຈະສະໝັບສະໝູນຄວາມຫຼາກຫຼາຍຂອງເຊື້ອຊາດ - ພວກເຮົາສະແຫວງຫາເພື່ອຈະະໝັບສະໝູນນັກ ຮຽນໃນຂະນະທີ່ພວກເຂົາປະເຊີນກັບບັນຫາຕ່າງໆລວມທັງການຍົກຍ້າຍຈາກສະພາບແວດລ້ອມພາຍໃນຄອບຄົວ, ການຮຽນພາສາ, ຄວາມເຄັ່ງຄັດຂອງການຮຽນດ້ານວິຊາການແລະອື່ນໆ 

ແຕ່ລະວິທະຍາໄລ ຫຼື  ໂຮງຮຽນຂອງ UWC ຈະມີທີມງານດູແລເປັນປະຈຳທີ່ຈະຄອຍຊ່ວຍເຫຼືອທາງດ້ານການເປັນຢູ່ຂອງນັກຮຽນ. ພາລະບົດບາດເຫຼົ່ານີ້ປະກອບມີ, ແຕ່ບໍ່ຈໍາກັດພຽງເທົ່ານີ້: ພໍ່ແມ່ດູແລປະຈຳແຕ່ລະບ້ານ, ຜູ້ທີ່ໃຫ້ຄຳປຶກສາກັບນັກສຶກສາ, ເຄືອຂ່າຍການຊ່ວຍເຫຼືອຂອງໝູ່ຮວ່ມຊັ້ນຮຽນ, ພະຍາບານແລະທີ່ປຶກສາ, ຄະນະບໍດີ, ຜູ້ຊ່ຽວຊານສຸຂະພາບ, ຫົວຫນ້າຜູ້ດູແລຊີວິດການເປັນຢູ່, ນັກຈິດຕະສາດແລະ ນັກບຳບັດຈິດຕະສາດ,ເຊັ່ນດຽວກັນກັບການເຂົ້າເຖິງການຮັກ ສາ ສຸ ຂະ ພາບພາຍໃນໂຮງຮຽນແລະໃນທ້ອງຖິ່ນ. 

 ມັນເປັນສິ່ງສໍາຄັນສໍາລັບນັກຮຽນທີ່ຈະໃຊ້ເວລາເພື່ອທົບທວນໃຫ້ເຫັນເຖິງບົດບາດຂອງເຂົາເຈົ້າຢູ່ໃນໂຮງຮຽນຫຼືແວດລ້ອມວິທະຍາໄລຂອງເຂົາເຈົ້າ. ທັ້ງນີ້ລວມມີການຄຳນຶງເຖິງວິທີການພົວພັນກັບຄົນອື່ນແລະການຮັບຜິດຊອບໃນການສ້າງສະພາບແວດລ້ອມໃຫ້ມີຄວາມນັບຖືແລະມີຄວາມສຸກ. ສຸດທ້າຍນີ້, ວິທະຍາເຂດ UWC ຈະຖືກນໍາພາໂດຍຫຼັກການງ່າຍໆ: ການເຄົາລົບຄົນອື່ນ, ແລະຖ້ານັກຮຽນມີຄວາມສຸກ, ຄວາມປອດໄພບໍ່ວ່າຈະເປັນນັກຮຽນຢູ່ໃນໂຮງຮຽນໃນມື້ຫລືຢູ່ໃນຫ້ອງຮຽນຂອງພວກເຮົາ, ດັ່ງນັ້ນ ພວກເຂົາຈະຢູ່ໃນສະຖານະທີ່ມີຄວາມປະສົບຜົນສຳເລັດໃນຫ້ອງຮຽນແລະແວດລ້ອມຂອງພວກເຮົາ. 

 ໃນວິທະຍາເຂດຂອງພວກເຮົາ , ສະມາຊິກພະນັກງານປົກກະຕິແມ່ນມາຮວ່ມຕົວກັນເພື່ອປະຊຸມໃຫ້ແນ່ໃຈວ່າພວກເຂົາກໍາລັງເຮັດວຽກໃຫ້ຖືກເປົ້າໜາຍໃນການສ້າງຊຸມຊົນທີ່ມີສຸຂະພາບການດໍາລົງຊີວິດທີ່ເຂັ້ມແຂງ, ຮຽນຮູ້ແລະເຮັດວຽກຮ່ວມກັນ. ນັກສຶກສາຍັງໄດ້ຮັບການຝຶກອົບຮົມໃນໄລຍະການເລີ່ມຮຽນຂອງເຂົາເຈົ້າ, ໂດຍເນັ້ນຫນັກໃສ່ບົດບາດກ່ຽວກັບຄວາມແຕກຕ່າງຂອງຫຼາກຫຼາຍຂອງເຊື້ອຊາດແລະຄວາມອ່ອນໄຫວດ້ານວັດທະນະທໍາ. ຕະຫຼອດປີຮຽນ, ນັກສຶກສາຈະໄດ້ມີການປຶກສາຫາລືຢ່າງເປັນປົກກະຕິກ່ຽວກັບວິທະຍາເຂດແລະນອກເຫນືອຈາກນັ້ນເພື່ອການສົ່ງເສີມອົງປະກອບຂອງຊຸມຊົນຂອງUWC. 

 UWC ຍັງໄດ້ໃຫ້ພະນັກງານມີສ່ວນຮ່ວມໃນການເຮັດບົດຄຸ້ມຄອງ (Postoral Care) ໃຫ້ທົ່ວໂຮງຮຽນແລະວິທະຍາໄລ UWC ທັງຫມົດເພື່ອເປັນໂອກາດການພັດທະນາດ້ານວິຊາການ, ສະຫນັບສະຫນູນການຮ່ວມມືແລະການຊ່ວຍເຫຼືອຢ່າງຕໍ່ເນື່ອງ, ເພື່ອເປັນຜົນປະໂຫຍດສໍາລັບນັກຮຽນໃນວິທະຍາເຂດຂອງພວກເຮົາ.