Skip to content ↓
map

UWC ແມັດສທິກ (UWC Maastricht)

ແມັດສທິກ (Maastricht), ປະເທດຮອນແລນ

ນັກຮຽນ 915 ຄົນ, ອາຍຸ 2-18 ປີ

ສ້າງຕັ້ງຂຶ້ນ

2009

3 March 2017

UWC ແມັດສທິກ ເປັນໂຮງຮຽນວັດທະນະທຳນາໆຊາດແບບຄົບວົງຈອນສຳຫຼັບນັກຮຽນທີ່ມາຈາກພື້ນຖານດ້ານການສຶກສາ ແລະ ເສດຖະກິດທີ່ແຕກຕ່າງກັນ ເຊິ່ງເປັນສິ່ງທີ່ເປັນເອກະລັກພາຍໃນລະບົບການສຶກສາຂອງປະເທດຮອນແລນ ແລະ ໄດ້ຮັບການສະໜັບສະໜູນໂດຍລັດຖະບານຮອນແລນອີກດ້ວຍ. ໂຮງຮຽນແຫ່ງນີ້ຖືກສ້າງຕັ້ງຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຄົມພາຍໃນຊຸມຊົນແມັດສທິກ (Maastricht)​ ແລະ ເພື່ອເປັນການມອບການສຶກສາໃຫ້ກັບນັກຮຽນທີ່ໄດ້ຖືກຄັດເລືອກຜ່ານຄະນະກຳມະການ UWC ປະຈຳຢູ່ບັນດາປະເທດທົ່ວໂລກມາຮຽນ ແລະ ດຳລົງຊີວິດຮ່ວມກັນພາຍໃນຫຼັງຄາດຽວກັນ. 

 3 ລັກສະນະເດັ່ນຂອງໂຮງຮຽນ 

  • ໂຮງຮຽນນາໆຊາດຂອງລັດຖະບານ (National Public School): UWC ແມັດສທິກ ເປັນໂຮງຮຽນແຫ່ງດຽວຂອງຂະບວນການ UWC ທີ່ຖືກດຳເນີນງານພາຍໃຕ້ທຶນລັດຖະບານທີ່ໃຫ້ການສຶກສານັກຮຽນຈາກຊັ້ນອະນຸບານຈົນເຖິງມັດທະຍົມຕອນຕົ້ນ
  • ໂຄງການເຍົາວະຊົນປະກອບການທາງສັງຄົມ ແລະ ນັກຮຽນນຳການປະຊຸມ (Youth Social Entrepreneurship (YSE) & Student-led Conferences): ໂຄງການ YSE ແມ່ນເພື່ອສ້າງໃຫ້ນັກຮຽນມມີທັກສະທີ່ສາມາລະບຸບັນຫາ ແລະ ວາງແຜນຫາທາງອອກສະເພາະຕໍ່ເຫດການນັ້ນໆໃນຮູບແບບການວາງແຜນທາງສັງຄົມ. ນອກຈາກນັ້ນທາງໂຮງຮຽນຍັງຈັດຕັ້ງການຊຸມນຸມປະຈຳປີເຊັ່ນ: Tedx Maastricht, ເຍົາວະຊົນທາງດ້ານຄວາມໝັ້ນຄົງຂອງສິ່ງແວດລ້ອມ (Youth Environmental Sustainability), ການປະຊຸມເພື່ອຄວາສັນຕິພາບສາກົນ (International Peace Conference), ການປະຊຸມດ້ານວິຊາຂອງຄວາມຮູ້ (Theory of Knowledge Conference) ທັງໝົດນີ້ແມ່ນນຳພາໂດຍນັກຮຽນ.   
  • ການຊ່ວຍເຫຼືອຊຸມຊົນເຂດທ້ອງຖິ່ນ (Serving the Local Community): ຄວາມພະຍາຍາມອັນຕໍ່ເນື່ອງຂອງໂຮງຮຽນນີ້ແມ່ນເປັນຂົວທາງທີ່ລົດຊ່ອງຫວ່າງລະຫວ່າງໂຮງຮຽນ ແລະ ຊຸມຊົນໃນຕົວເມືອງ.
ພາຍໃນຫ້ອງຮຽນ  

ຫຼັກສູດຂອງໂຮງຮຽນກຽມອະນຸບານ (2 ຫາ 4 ປີ) ລວມມີການຮຽນຮູ້ຈາກປະສົບການທີ່ລວມມີການພັດທະນາ ແລະ ການຮຽນຮູ້ 5 ຫຼັກອັນສຳຄັນຂອງເດັກນ້ອຍ. 

ຫຼັກສູດຂອງໂຮງຮຽນປະຖົມສຶກສາ (4 ຫາ 11​ ປີ) ປະກອບມີຂະແໜງວິຊາຫຼາກຫຼາຍທີ່ຂຶ້ນກັບລະດັບຄວາມຮູ້ດ້ານພາສາອັງກິດຂອງນັກຮຽນ. 

ຫຼັກສູດໃບປະກາດສະນີຍະບັດນາໆຊາດ IB-Middle Years ຂອງຊັ້ນມັດທະຍົມສຶກສາຕອນຕົ້ນ (11 ຫາ 16 ປີ) ສົ່ງເສີມໃຫ້ນັກຮຽນຊຶມສັບ ແລະ ເຂົ້າໃຈຄວາມສຳພັນລະຫວ່າງວິຊາຮຽນ ແລະ ໂລກແຫ່ງຄວາມເປັນຈິງ, ແລະ ເພື່ອໃຫ້ນັກຮຽນກາຍເປັນນັກຄິດທີມີວິຈາລະນະຍານ ແລະ ຮູ້ຈັກຄຳນຶງເຖິງຜົນສະທ້ອນ.

ສຳຫຼັບນັກຮຽນອາຍຸ 16 ຫາ 18 ປີ, ທາງໂຮງຮຽນໄດ້ນຳໃຊ້ ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, ທາງໂຮງຮຽນຍັງມີວິຊາ ພາສາດັດຈ (Dutch), ສະເປນ, ເຢຍລະມັນ, ອີຕາລີ, ອາຣັບ, ວິຊາສິລະປະກຳ ແລະ ວັດທະນະທຳໂລກ, ການເມືຶອງໂລກ, ສິລະປະກຳຮູບປະທຳ ແລະ ດົນຕີ. 

ນອກຫ້ອງຮຽນ 

UWC ແມັດສທິກ ມີຄວາມມຸ່ງໝັ້ນໃນການສົ່ງເສີມການປະກອບການທາງສັງຄົມໃນກຸ່ມນັກຮຽນ ແລະ ພະນັກງານ, ກຽມໃຫ້ນັກຮຽນທາງດ້ານເຄື່ອງມື ແລະ ທັດສະນະຄະຕິທີ່ຈຳເປັນໃນການເລີ່ມຕົ້ນສ້າງໂຄງການ ແລະ ຄວາມໝັ້ນຍືນ. ການມີສ່ວນຮ່ວມໃນໂຄງການ Youth Social Entrepreneurship (YSE) Programme ແມ່ນເປັນການບັງຄັບສຳຫຼັບນັກຮຽນປີທຳອິດຂອງຫຼັກສູດ IB Diploma. 

ຫຼັບນັກຮຽນປີໜຶ່ງໃນຫຼັກສູດ IB Diploma, ນັກຮຽນເປັນຜູ້ຄົ້ນຄິດ, ວາງແຜນ ແລະ ດຳເນີນໂປຣເຈັກ ວີກຄ (Project Week) ໃນເຂດທ້ອງຖິ່ນ, ໃຫ້ຄວາມຊ່ວຍເຫຼືອຊຸມຊົນໃນເຂດທ້ອງຖິ່ນຂອງເມືອງ ແມັດສທິກ. ນອກຈາກນັ້ນ, ນັກຮຽນທຸກຄົນໃນຫຼັກສູດນີ້ຖືກສົ່ງເສີມໃຫ້ສ້າງ ໂປຣເຈັກ ວີກຄ (Project Week) ໃນທະວີບເອີຣົບ ໃນຊ່ວງພັກຮຽນເຊິ່ງ ໂປຣເຈັກ ດັ່ງກ່າວແມ່ນເນັ້ນໃສ່ການຊ່ວຍເຫຼືອສັງຄົມ, ຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກຳ ແລະ ການສຳຫຼວດແບບທົ່ວໄປ.

ການປະຊຸມ 2 ມື້ຂອງ ພາກວິຊາທິດສະດີຂອງຄວາມຮູ້ (Theory of Knowledge (TOK) Conference) ເປັນການມອບໂອການໃຫ້ນັກຮຽນໄດ້ມີສ່ວນຮ່ວມກັບໂລກຮອບຕົວ ພ້ອມກັບ ນັກເວົ້າທີ່ມີຄວາມຮູ້ພິເສດສະເພາະທາງ.

ໃນໄລຍະເວລາ 4​ ມື້ຂອງການປະຊຸມເພື່ອຄວາມສັນຕິພາບສາກົນ (International Peace Conference), ນັກຮັກສັນຕິພາບ, ນັກທ້າທາຍ, ນັກປະຊາສຳພັນ, ແລະ ຜູ້ຊ່ຽວຊານ ຈາກທົ່ວທຸກມຸມໂລກໄດ້ມາແບ່ງປັນຄວາມຮູ້ ແລະ ສ້າງແຮງບັນດານໃຈຜ່ານການໃຫ້ຄຳປາໄສ. ນັກຮຽນທີ່ມີປະສົບການທີ່ຂາດຄວາມສັນຕິພາຍ ຫຼື ມີຄວາມສຳພັນແບບສ່ວນຕົວໃນຄວາມຂັດແຍ່ງຫຼາຍຮູບແບບ, ເຊິ່ງເປັນການໃຫ້ວິໄສທັດທີ່ເປັນເອກະລັກ ແລະ ການປຶກສາຫາລືອີງຕາມທາງອອກ (solution-based discussions).

Maastricht Model United Nations Conference (MaasMUN) ແລະ TEDxYouth@Maastricht ແມ່ນງານການປະຊຸມທີ່ເກີດຂຶ້ນປະຈຳປີ ແລະ ມີນັກຮຽນເປັນຜູ້ນຳພາ.

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ  

ວິທະຍາເຂດຂອງໂຮງຮຽນສ້າງຂຶ້ນໃນປີ 2015 ໃນສະພາບແວດລ້ອມແບບສວນສາທາລະນະໃນພາກຕາເວັນອອກສຽງເໜືອຂອງໃຈກາງເມືອງແມັດສທິກ.​ ສະຖານທີ່ແຫ່ງນີ້ຖືກອ້ອມຮອບໄປດ້ວຍສະໜາມກິລາ, ເຂດອະນຸຮັກທຳມະຊາດແບບອັງກິດ ແລະ ທີ່ຢູ່ອາໄສເຂດໃໝ່. ກ່ອນຈະສາມາດເຂົ້າໄປເຖິງວິທະຍາເຂດຂອງໂຮງຮຽນ, ຈະຕ້ອງໄດ້ຂ້າມຜ່ານຂົວທີ່ສາມາດເຂົ້າໄດ້ພຽງການຍ່າງ ແລະ ລົບຖີບເທົ່ານັ້ນ.​ 

ທີ່ຕັ້ງດ້ານພູມສາດ  

UWC ແມັດສທິກ ຕັ້ງຢູ່ໃນເມືອງ ແມັດສທິກ, ເຊິ່ງເປັນເມືອງທີ່ມີຄວາມສາກົນ, ຕັ້ງຢູ່ເຂດທີມີແສງແດດກ້າ ແລະ ພາກໃຕ້ສຸດຂອງປະເທດຮອນແລນ. ໃຈກາງເມືອງແມ່ນຫ່າງຈາກໂຮງຮຽນພຽງແຕ່ 10 ນາທີທາງລົດຖີບເທົ່ານັ້ນ.

ວິທີຮັບສະໝັກ 

ສຳລັບການຮັບສະໝັກນັກຮຽນພາກກາງເວັນ ເຊັ່ນ ນັກຮຽນອະນຸບານ, ປະຖົມ ແລະ ມັດທະຍົມຕົ້ນ ແມ່ນຕ້ອງຜ່ານຂໍ້ຮຽກຮ້ອງຂອງກົດໝາຍປະເທດຮອນແລນ ແລະ ລະບົບການສຶກສາສາກົນ ສຳລັບນັກຮຽນທີ່ພັກອາໄສໃນໂຮງຮຽນແມ່ນຕ້ອງສະໝັກຜ່ານຄະນະກຳມະການ UWC ທີ່ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານທາງ UWC Global Selection Programme.  ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ແມັດສທິກ, ສາມາດຕິດຕາມໄດ້ທີ່

ລາຍລະອຽດສາມາດຕິດຕໍ່


UWC Maastricht
PO Box 1187
6201 BD Maastricht
Netherlands

18 Colleges
Worldwide