Skip to content ↓
map

UWC ດີລິຈັ້ນ (UWC Dilijan)

ເມືອງ ດີລິຈັ້ນ, ປະເທດອານມານີ

ນັກຮຽນ 194 ຄົນ,ອາຍຸ 16 - 18 ປີ

ສ້າງຕັ້ງຂຶ້ນ

2014

3 March 2017

ຄວາມຄິດໃນການສ້າງຕັ້ງໂຮງຮຽນຫຼັງນີ້ເກີດຂຶ້ນໂດຍຜູ້ປະກອບການດ້ານສັງຄົມ ທ່ານ ຣູເບນ ວາດັນຢັນ (Ruben Vardanyan) ແລະ ທ່ານ ວີໂຣນິກ້າ ໂຊນາເບນ (Veronika Zonabend) ໃນປີ 2006.​ ຄວາມຄິດລິເລີ່ມຂອງພວກເຂົາໄດ້ຮັບຄວາມຮ່ວມມືຈາກຜູ້ອຸປະຖຳເກືອບ 300​ ທ່ານຈາກທົ່ວທຸກມຸມໂລກ. ໂຮງຮຽນແຫ່ງນີໄດ້ເປີດຂຶ້ນຢ່າງເປັນທາງການໃນເດືອນຕຸລາປີ 2014 ໂດຍມີນັກຮຽນຮຸ່ນທຳອິດຈຳນວນ 94 ຄັນ, ແລະ ກາຍເປັນໂຮງຮຽນ UWC ແຫ່ງທີ 14.

ເມືອງດີລິຈັ້ນຕັ້ງຢູ່ເທິງເສັ້ນທາງເຊື່ອມຕໍ່ລະຫວ່າງ 2​ ຕົວເມືອງທີ່ທັນສະໄໝ: ເມືອງ ເຢເຣວັນ (Yerevan) ແລະ ສບີວສິ (Tbilisi) ຂອງປະເທດອັນຕັ້ງຢູ່ເຂດຊາຍແດນລະຫວ່າງທະວີບເອີຣົບ ແລະ ອາຊີ, ບົນໝາກຫົວໃຈຂອງຄວາມຫຼາກຫຼາຍດ້ານວັດທະນະທຳອັນອຸດົມສົມບູນ ແລະ ຄວາມສັບຊ້ອນ, ພ້ອມກັບດິນແດນທີ່ມີປະຫວັດສາດອັນຍາວນານທີ່ເຂດເຊື່ອມຕໍ່ລະຫວ່າງ ເປີເຊຍ, ໄບເຊນໄທ, ອອດໂຕມັນ ແລະ ຈັກກະພັດລັດເຊຍ.  

3 ລັກສະນະເດັ່ນຂອງໂຮງຮຽນ

  • ສູນການສຶກສາ (Educational Hub):​ ໜຶ່ງໃນເປົ້າໝາຍອັນສຳຄັນຂອງໂຮງຮຽນແມ່ນເພື່ອສືບຕໍ່ສົ່ງເສີມການພັດທະນາໃນຂົງເຂດໃຫ້ກາຍເປັນເຂດການສຶກສາ, ເຊິ່ງຈະເປັນການສົ່ງເສີມການສຶກສາທົ່ວປະເທດອານມານີ.
  • ທາງອອກໃຫ້ກັບຂໍ້ຂັດແຍ່ງ (Conflict Resolution): ຍ້ອນສະຖານທີ່ຕັ້ງດ້ານພູມສາດຈຶ່ງເຮັດໃຫ້ການສຶກສາຢູ່ໂຮງຮຽນແຫ່ງນີ້ເປັນໂອກາດທີ່ມີຄວາມເປັນເອກະລັກໃຫ້ກັບນັກຮຽນທີ່ມີຄວາມສົນໃຈໃນການຂົນຂວາຍຫາປະສົບການໃນການຊອກຫາທາງອອກໃຫ້ກັບຂໍ້ຂັດແຍ່ງ ແລະ ລິເລີ່ມສ້າງຄວາມສັນຕິພາບ. 
  • ແນວທາງຕາມເຂດທ້ອງຖິ່ນ ແລະ ໂລກ (Glocal Approach):​ ພວກເຮົາເຊື່ອວ່າ ການພິຈາລະນາລະຫວ່າງການປະສົມປະສານລະຫວ່າງເຂດທ້ອງຖິນ ແລະ ໂລກ ແມ່ນເປົ້າໝາຍຂອງພວກເຮົາໃນການມີສ່ວນຮ່ວມກ່ຽວກັບໂລກ ແລະ ຍຶດໝັ້ນກັບຄວາມເປັນຈິງ. ພວກເຮົາແນໃສ່ການສ້າງສະພາບແວດລ້ອມທີ່ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນກ່ຽວກັບວັດທະນະທຳ ແລະ ສັນລະເສີນຄວາມແຕກຕ່າງ.
ພາຍໃນຫ້ອງຮຽນ  

UWC ດີລິຈັ້ນ ໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, ທາງໂຮງຮຽນຍັງມີວິຊາພາສາລັດເຊຍ, ເຢຍລະມັນ, ສະເປນ, ການເມືອງໂລກ, ປັດຊະຍາ ແລະ ການສະແດງລະຄອນໃຫ້ນັກຮຽນໄດ້ເລືອກອີກດ້ວຍ.

Outside the Classroom 

ກິດຈະກຳນອກຫຼັກສູດຂອງ UWC ດີລິຈັ້ນ ປະກອບມີ 4 ພາກສ່ວນເຊັ່ນ: ຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກຳ, ການຊ່ວຍເຫຼືອສັງຄົມ ຫຼື ເອີິນວ່າ ໂຄງການ ແຄັດສ (CAS), ໂປຣເຈັກ ວີກຄ (Project Weeks), ໂຟກັດສ ວີກຄ (Focus Weeks) ແລະ ອາທິດວັດທະນະທຳ.

ນັກຮຽນ UWC ດີລິຈັ້ນ ໄດ້ເຮັດວຽກຮ່ວມກັບອົງການເອກະຊົນທີ່ຫຼາກຫຼາຍ ຕົວຢ່າງເຊັ່ນ ໂຮງຮຽນອະນຸບານ, ເຊິ່ງອົງການເຫຼົ່ານີ້ແມ່ນມີແນວຄວາມຄິດໃນການສ້າງໂປຣເຈັກທີ່ເປັນປະໂຫຍດໃຫ້ກັບຊຸມຊົນ ດີລິຈັ້ນ ແລະ ໃນໂຮງຮຽນ. ການເຮັດວຽກຮ່ວມກັບອົງການເອກະຊົນທ້ອງຖິ່ນເປັນການຊ່ວຍໃຫ້ນັກຮຽນກ້າວຂ້າມອຸປະສັກຕ່າງໆເຊັ່ນຄວາມຫຍຸ້ງຍາກດ້ານພາສາ.  

ກິດຈະກຳກ່ຽວກັບສິລະປະຂອງໂຮງຮຽນແຫ່ງນີ້ແມ່ນມີຄວາມຫຼາກຫຼາຍ ແລະ ມີຜົນສະທ້ອນ ອັນມີເປົ້າໝາຍໃນການສົ່ງເສີມຄວາມຄິດສ້າງສັນ ແລະ ຄວາມຄິດທີ່ແປກໃໝ່ ເຊິ່ງເລີ່ມຈາກການສຳຫຼວດຮູບແບບສິລະປະຈາກທົ່ວໂລກ ໄປເຖິງ "ໂຄງການສິລະປະໃນຊຸມຊົນ Art in Community".​

ໂຄງການການສຶກສານອກໂຮງຮຽນ ຂອງ UWC ດີລິຈັ້ນ ລວມມີ ການເດີນປ່າ, ສະກີ ແລະ ການເດີນຖ້ຳ, ນອກຈາກນັ້ນຍັງລວມມີການປະກອບສ່ວນຈາກ ດີລິຈັ້ນ ແລະ ໝູ່ບ້ານທີ່ສົ່ງເສີມການແລກປ່ຽນ, ໂຄງການການເຂົ້າທຳມະຊາດ ແລະ ສະພາບແວດລ້ອມ. 

 ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ​​​​​​​  

ຫໍພັກຢູ່ UWC ດີລິຈັ້ນ ມີສິ່ງອຳນວຍຄວາມສະດວກທີ່ເໝາະສົມສຳລັບການຮຽນ ແລະ ການໃຊ້ຊີວິດ. ນັກຮຽນສາມາດໃຊ້ບໍລິການຫ້ອງອອກກຳລັງກາຍ, ສະລອຍນ້ຳໃນຮົ່ມ, ເດີ່ນກິລາ ເຊັ່ນ ກິລາເຕະບານ ແລະ ເດີ່ນຕີບານ, ເດີ່ນເທັນນິດສ,​ ສະຄວດສ ແລະ ກິລາບານບ້ວງ. ສິ່ງອຳນວຍຄວາມສະດວກຕ່າງໆຂອງໂຮງຮຽນລວມມີ ຫ້ອງສະໝຸດດ ແລະ ສູນຊັບພະຍາກອນດ້ານໄອທີ, ຫ້ອງອາຫານ, ສູນການແພດ, ສູນການສະແດງ ແລະ ສູນຄວາມຮູ້ດ້ານເຊຣາມິກສ. ເຕັກໂນໂລຢີທົດແທນຄືນໃໝ່ໄດ້ຖືກນຳໃຊ້ໃນການວຽກງານອັນຫຼາກຫຼາຍໃນວິທະຍາເຂດ ເຊິ່ງລວມເຖິງການເກັບກ່ຽວ, ບໍ່ນ້ຳພຸທຳມະຊາດ, ໂດຍການນຳໃຊ້ນ້ຳຝົນໃນການເຮັດຊົນລະປະທານ ແລະ ການໝູນໃຊ້ຶຄືນໃໝ່ ຫຼື ຣີໄຊໂຄ (recycling) ນ້້ຳຖືກນຳໃຊ້ແລ້ວ.

 ທີ່ຕັ້ງທາງດ້ານພູມສາດ​​​​​​​  

UWC ດີລິຈັ້ນ ຕັ້ງຢູ່ເຂດຫຸບເຂົາໃນສັດຕະວັດທີ 16 ຂອງເມືອງ ດີລິຈັ້ນ, ໃນເຂດຊານເມືອງຂອງສວນອຸທິຍານແຫ່ງຊາດໃນໃຈກາງຂອງປະເທດອານມານີ, ເຊິ່ງຫ່າງຈາກນະຄອນຫຼວງ ເຢເລວັນ (Yerevan) ປະມານ 100 ກິໂລແມັດ.

ວິທີຮັບສະໝັກ
 

ນັກຮຽນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programme. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ດີລິຈັ້ນ , ສາມາດຕິດຕາມໄດ້ທີ່.

 

 

You have not allowed cookies and this content may contain cookies.

If you would like to view this content please

 

 

ລາຍລະອຽດສາມາດຕິດຕໍ່


UWC Dilijan
ARMENIA 7 Getapnya Street,
3903,
Dilijan

18 Colleges
Worldwide