Skip to content ↓
map

UWC ໂຣເບີດ ບັອດສ໌ (UWC Robert Bosch College)

ເມືອງໄຟຄເບີຣກ (Freiburg), ປະເທດເຢຍລະມັນ

ນັກຮຽນ 200 ຄົນ, ອາຍຸ 16 - 19 ປີ

ສ້າງຕັ້ງຂຶ້ນ

2014

3 March 2017

UWC ໂຣເບີດ ບັອດສ໌ ເກີດຂຶ້ນຈາກການຮ່ວມມືລະຫວ່າງມູນລະນິທິ Deutsche Stiftung (ອ່ານວ່າ ດອຍສເຈີ ສະຕິບຟຕຸງ) ແລະ ມູນລະນິທິ Robert Bosch Stiftung (ອ່ານວ່າ ໂຣເບີດ ບັອດສ໌ ສະຕິບຟຕຸງ). ໂຮງຮຽນແມ່ນຕັ້ງຢູ່ເມືອງໄຟຄເບີຣກ (Freiburg), ເຊິ່ງແມ່ນ “ເມືອງສີຂຽວ” ຂອງປະເທດເຢຍລະມັນ, ໂຮງຮຽນແຫ່ງນີ້ມີຈຸດປະສົງແນໃສ່ຄວາມໝັ້ນຄົງ ເຊິ່ງປະສົມປະສານເຂົ້າໃນການສຶກສາ, ຊີວິດການເປັນຢູ່ຂອງນັກຮຽນ ແລະ ການອອກແບບສະຖາປະນິກຂອງອາຄານໃນໂຮງຮຽນ. ຍ້ອນວ່າໂຮງຮຽນທີ່ຢູ່ໃກ້ກັບເຂດອຸທິຍານປ່າໄມ້ແຫ່ງຊາດ Black Forest ໄດ້ເຮັດໃຫ້ໂຮງຮຽນເປັນສະຖານທີ່ໆເໝາະສົມໃນກິດຈະກຳກາງແຈ້ງແບບຮອບດ້ານ. ຄວາມແຕກຕ່າງຂອງສະພາບແວດລ້ອມໃນໂຮງຮຽນທີ່ຖືກສ້າງຂຶ້ນດ້ວຍຄວາມຕັ້ງໃຈເປັນເປົ້າໝາຍທີ່ໂຮງຮຽນໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນຫຼາຍປະມານ 70 ເປີເຊັນດ້ວຍທຶນການສຶກສາເຕັມຈຳນວນ, ທັງໝົດນີ້ກໍຍ້ອນການກອງທຶນຊ່ວຍເຫຼືອຂອງກະຊວງເຂດທ້ອງຖິ່ນ, ມູນລະນິທິ Robert Bosch Stiftung (ອ່ານວ່າ ໂຣເບີດ ບັອດສ໌ ສະຕິບຟຕຸງ), B.Braun Melsungen AG, ອົງການ ແລະ ຜູ້ບໍລິຈາກອື່ນໆ.

3 ລັກສະນະເດັ່ນຂອງໂຮງຮຽນ

  • ການຮວບຮວມເອົາຄວາມຫຼາກຫຼາຍ (Deliberate diversity): ທາງໂຮງຮຽນລວມມີນັກຮຽນທີ່ມາຈາກຫຼາຍກວ່າ 90 ປະເທດ ທີ່ມີພາສາປາກເວົ້າຫຼາຍກວ່າ 60 ພາສາ ແລະ ນຳສະເໜີກຸ່ມທີ່ມີຄວາມສັດທາທັງຫຼາຍ.
  • ຄວາມໝັ້ນຄົງ (Sustainability): ການຮ່ວມມືກັບສະຖາບັນຕາມເຂດທ້ອງຖິ່ນ ແລະ ປະສົບການຂອງນັກຮຽນ ແລະ ພະນັກງານຈາກການສຶກສາຂັ້ນພື້ນຖານກ່ຽວກັບຄວາມໝັ້ນຄົງຢູ່ພາຍໃນວິທະຍາເຂດ.
  • ມະຫາວິທະຍາໄລຂອງເມືອງໄຟຄເບີຣກ (University town Freiburg): ຕັ້ງຢູ່ໃນເມືອງໄຟຄເບີຣກ (Freiburg), ນັກຮຽນສາມາດໃຊ້ປະໂຫຍດຈາກວັດທະນະທຳຂອງຊີວິດຕາມເຂດທ້ອງຖິ່ນ ເຊັ່ນດຽວກັນກັບ ກິດຈະກຳຊ່ວຍເຫຼືອສັງຄົມເຊັ່ນກິດຈະກຳກ່ຽວກັບຄວາມຄິດສ້າງສັນ, ການເຄື່ຶອນໄຫວກິດຈະກຳ ແລະ ການຊ່ວຍເຫຼືອສັງຄົມ ຫຼື ເອີ້ນງ່າຍໆວ່າ ໂຄງການ ແຄັດສ (CAS) ແລະ ກິດຈະກຳອື່ນໆອີກ.
ພາຍໃນຫ້ອງຮຽນ 

ໂຮງຮຽນແຫ່ງນີ້ໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນ. ຍ້ອນຄວາມໝັ້ນຄົງແມ່ນຈຸດເນັ້ນໜັກຂອງທາງໂຮງຮຽນ, ວິທະຍາສາດທຳມະຊາດມີບົດບາດສຳຄັນ ເຊັ່ນດຽວກັນກັບຄະນິດສາດ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, ທາງໂຮງຮຽນຍັງມີວິຊາພາສາອາຣັບ, ສິລະປະ ແລະ ວັດທະນະທຳໂລກ, ແນວຄິດການເມືອງ, ປະຫວັດສາດອາຊີ ແລະ ໂອເຊອານີໃຫ້ນັກຮຽນໄດ້ເລືອກອີກດ້ວຍ.​ ຈຳນວນນັກຮຽນຕໍ່ຫ້ອງຮຽນແມ່ນມີຂະໜາດນ້ອຍ, ສະເລ່ຍປະມານ 10 ຫາ 12​ ຄົນຕໍ່ວິຊາ.​ 

ນອກຫ້ອງຮຽນ  

ພາກສ່ວນກິດຈະກຳດ້ານຄວາມຄິດສ້າງສັນ ແລະ ດ້ານການເຄື່ອນໄຫວລວມມີຫຼາກຫຼາຍເຊິ່ງສ່ວນໃຫຍ່ແມ່ນນຳພາໂດຍນັກຮຽນ ເຊັ່ນ ການເຮັດຂະໜົມ, ການຂຽນບລັອກ, ການຮ້ອງເພງຮ່ວມໝູ່ A-Capella, ການສະແດງທີ່ສະຖາບັນຂອງເມືອງ ກັບ ກຸ່ມເຄື່ຶອງດົນຕີຂອງໂຮງຮຽນ, ການໂຕ້ວາທີ, ການແຕ່ງກິນສາກົນສຳລັບຄົນກິນເຈ, ການເຕັ້ນບໍລິຫວູດ (Bollywood) ຂອງອິນເດຍ, ເຕະບານ, ການປີນປະເພດ bouldering, ໂຍຄະ ຫຼື ເທຄວັນໂດ້.  

ໂຮງຮຽນໄດ້ຮ່ວມມືກັບສະຖາບັນ ແລະ ອົງການ 26 ແຫ່ງທີ່ຕັ້ງຢູ່ໃນເຂດຕົວເມືອງ ໄຟຄເບີຣກ, ລວມມີ ໂຮງຮຽນ, ໂຮງຮຽນອະນຸບານ, ສູນລີ້ໄພຂອງຊາວອົບພະຍົບ, ການຊ່ວຍເຫຼືອສັງຄົມ ແລະ ສະຖານທີ່ສຳຄົນບໍ່ມີທີ່ຢູ່ອາໄສ, ບ້ານພັກຄົນສູງອາຍຸ ແລະ ສະຖາບັນລະບົບນິເວດ. ທຸກໆອາທິດ ນັກຮຽນຈະຕ້ອງໄດ້ໄປເຮັດວຽກຊ່ວຍເຫຼືອໃນໂຄງການເຫຼົ່ານີ້.​

ສຳລັບ ໂປຣເຈັກ ວີກຄ (Project Week), ນັກຮຽນທຸກຄົນຕ້ອງເຂົ້າຮ່ວມໂປຣເຈັກທີ່ມີເປົ້າໝາຍແນໃສ່ຄວາມຮູ້ເປັນຫຼັກ ແລະ ໂປຣເຈັກເຫຼົ່ານີ້ຍັງສາມາດຢູ່ໃນຮູບແບບການຊ່ວຍເຫຼືອສັງຄົມ, ການເຄື່ອນໄຫວກິດຈະກຳ ຫຼື ຄວາມຄິດສ້າງສັນ ເຊິ່ງນັກຮຽນຈະຕ້ອງເຂົ້າໂປຣເຈັກນີ້ 2 ຄັ້ງຕໍ່ປີ.

ໂຮງຮຽນແຫ່ງນີ້ຍັງພັກໂຮງຮຽນ 4 ຄັ້ງຕໍ່ປີ ເພື່ອຈັດງານ Special Focus Days ໃຫ້ກັບທຸກຄົນໃນຊຸມຊົນ. ໃນວັນສຳຄັນເຫຼົ່ານີ້ກໍລວມມີ ການເຮັດບົດສະເໜີ ຫຼື presentations, ການເຮັດໂຄງການໃຫ້ຄວາມຮູ້ workshops ແລະ ການໃຫ້ຄຳປາໄສກ່ຽວກັບຫົວຂໍ້ສຳຄັນໃດໜຶ່ງ ເຊັ້ນ: ການສົນທະນາ, ປະຊາທິປະໄຕ, ຄວາມຍຸດຕິທຳ ແລະ ຄວາມໝັ້ນຄົງ. 

Global Affairs ແມ່ນການໂຮມຊຸມນຸມທຸກຄົນໃນໂຮງຮຽນ, ມັນເປັນກິດຈະກຳເພີ່ມເຕີມທີ່ປະສົມປະສານເຂົ້າໃນຫລັກສູດການສອນ ແລະ ຍັງເປັນການເປີດໂອກາດໃຫ້ນັກຮຽນສາມາດຖາມຄຳຖາມຜູ້ທີ່ມີຄວາມຮູ້ ຫຼື ປະສົບການໃນຫົວຂໍ້ນັ້ນໆ, ບໍ່ວ່າຈະເປັນການເມືອງ, ສາສະຫນາ, ເສດຖະກິດ ຫຼື ການສຶກສາສັງຄົມ ຫຼື ແນວໂນ້ມຂອງວັດທະນະທໍາ. 

ທ້າຍທີ່ສຸດ, ນັກຮຽນທຸກຄົນໃນໂຮງຮຽນແຫ່ງນີ້ແມ່ນຖືກສົ່ງເສີມໃຫ້ເລືອກຂະແໜງທີ່ຕົນເອງມີຄວາມສົນໃຈ ແລະ ປະກອບສ່ວນເຂົ້າໃນການດຳເນີນງານຂະແໜງນັ້ນໆ ເຊັ່ນ: ເຮັດວຽກຢູ່ຫ້ອງສະໝຸດ, ສວນຂອງໂຮງຮຽນ ຫຼື ຫ້ອງການດ້ານການພົວພັນສື່ສານ. ການຊອກຫາສິ່ງທີ່ເປັນປະໂຫຍດ ແລະ ເຮັດສິ່ງໆນັ້ນຄືການເຮັດວຽກຊ່ວຍເຫຼືອສັງຄົມອີກທາງເລືອກໜຶ່ງທີ່ຈະຊ່ວຍໃຫ້ນັກຮຽນສາມາດປະກອບສ່ວນເຂົ້າໃນຊຸມຊົນໄດ້.

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ 

UWC ໂຣເບີດ ບັອດສ໌ ໃນເມື່ອກ່ອນເຄີຍເປັນສະຖານທີ່ສັກສິດອັນເກົ່າແກ່, ເຊິ່ງປັດຈຸບັນໄດ້ຖືກປັບປຸງ ແລະ ບາງສ່ວນແມ່ນໄດ້ຖືກສ້າງຄືນໃໝ່ໂດຍມູນລະນິທິ Robert Bosch Stiftung (ອ່ານວ່າ ໂຣເບີດ ບັອດສ໌ ສະຕິບຟຕຸງ). ຫ້ອງຮຽນ, ຫ້ອງສະໝຸດ, ຫ້ອງດົນຕີ ແລະ ຫ້ອງອອກກຳລັງກາຍ ແມ່ນຕັ້ງຢູ່ອາຄານ ປະຫວັດສາດທີ່ເກົ່າແກ່ຕັ້ງແຕ່ປີ 1850. ສ່ວນຫ້ອງພັກອາຈານ ແລະ ຫ້ອງຮຽນ, ຫ້ອງການ ແລະ ຫ້ອງສຳລັບຄວາມສະຫງົບ ອັນເປັນສະຖານທີ່ສຳລັບການອອກກຳລັງກາຍ ໂຍຄະ ແລະ ການຕັ້ງສະມາທິ ຫຼື ອາດຈະເປັນບ່ອນທີ່ນັກຮຽນສາມາດປະຕິັບັດກິດຈະກຳດ້ານສາສະໜາເຊັ່ນ ການສວດມົນ ແມ່ນຕັ້ງຢູ່ຊັ້ນເທິງຂອງອາຄານຮຽນ.

ອາຄານຮຽນ ຫຼື ເອີ້ນວ່າ ຄຣາເທົາສ໌ (Kartaus) ຖືກອ້ອມຮອບໂດຍສວນໝາກໄມ້, ທົ່ງຫຍ້າ ແລະ ສວນຂອງສະຖານທີ່ສັກສິດອັນເກົ່າແກ່, ເຊິ່ງເບິ່ງແຍງໂດຍນັກຮຽນ ແລະ ພະນັກງານໃນວິທີປອດສານພິດ. ຍ້ອນກັບໄປໃນປີ 1340, ສວນແຫ່ງນີ້ໄດ້ສ້າງຂຶ້ນໂດຍນັກບວດສາສະໜາຄາໂຕລິກ (Carthusian monks) ແລະ ຍັງຖືກຮັກສາໄວ້ເປັນຢ່າງດີ. ທຸກວັນນີ້, ສວນດັ່ງກ່າວຖືກຝັງລຶກເຂົ້າໃນພາລະກິດຄວາມໝັ້ນຄົງ ແລະ ແນວທາງງຂອງໂຮງຮຽນແຫ່ງນີ້ ແລະ ຍັງຖືກພິຈາລະນາໃຫ້ເປັນ “ຫ້ອງຮຽນສີຂຽວ (green classroom)” ອີກດ້ວຍ.

ທາງຫຼັງສະຖານທີ່ສັກສິດອັນເກົ່າແກ່, ຕຶກອາຄານແຫ່ງໃໝ່ແມ່ນເປັນຫ້ອງອາຫານ ຫຼື ເອີ້ນວ່າ ເມັນຊ້າ (Mensa) ແລະ ສະຖານທີ່ຊຸມນຸມຂອງໂຮງຮຽນ. Mensa ດຳເນີນງານໂດຍອົງການເອກະຊົນທີ່ເອີ້ນວ່າ ດຣາຍຊຳເວິກ ຫຼື “Dreisamwerke“, ເຊິ່ງເຮັດວຽກຢູ່ໃນພື້ນຖານລວມແລະຈັດຫາວຽກໃຫ້ຄົນພິການ. ນັກສຶກສາທຸກຄົນຕ້ອງໄດ້ໝູນວຽນກັນເຮັດວຽກຊ່ວຍເຫຼືອເຮືອນຄົວ.

ບ້ານພັກຂອງນັກຮຽນແມ່ນຕັ້ງຢູ່ກົງກັນຂ້າມກັບອາຄານຮຽນ ຄຣາເທົາສ໌ (Kartaus) ແລະ ຖືກສ້າງຂຶ້ນເພື່ອມີຄວາມແຕກຕ່າງຈາກອາຄານອັນເກົ່າແກ່ຂອງໂຮງຮຽນ, ເຊິ່ງປະກອບມີ ບ້ານພັກ 8 ຫຼັງ ແລະ ບ້ານພັກອາຈານ 4 ຫຼັງໃນບ້ານທີ່ມີຮູບຊົງກ້ອນສາກຫຼາຍຫຼັງລວມກັນເປັນໝູ່ບ້ານ. ບ້ານພັກແຕ່ລະຫຼັງມີມຸມມອງອ້ອມຂ້າງທີ່ແຕກຕ່າງກັນ, ຜົນສະທ້ອນຂອງຄວາມຫຼາກຫຼາຍ: ບ້ານແຕ່ລະຫຼັງມີນັກຮຽນອາໄສຢູ່ 24 ຄົນ ແລະ 4 ຄົນຕໍ່ຫ້ອງ. ບ້ານແຕ່ລະຫຼັງມີ 3 ຊັ້ນເຊິ່ງລວມຫ້ອງຮັບແຂກ, ຫ້ອງຄົວທີ່ໃຊ້ຮ່ວມກັບທຸກຄົນໃນບ້ານ. ແຕ່ລະຊັ້ນມີຫ້ອງນ້ຳເປັນຂອງຕົວເອງ. ອາຄານທັງໝົດຖືກສ້າງຂຶ້ນຕາມມາດຕະການຂອງ ໄຟຄເບີຣກ ທີ່ນຳໃຊ້ພະລັງງານໃຫ້ມີປະສິດທິຜົນ. 

 ທີ່ຕັ້ງທາງດ້ານພູມສາດ 

UWC ໂຣເບີດ ບັອດສ໌ ແຫ່ງນີ້ຕັ້ງຢູ່ເມືອງ ໄຟຄເບີຣກ (Freiburg), ປະເທດເຢຍລະມັນ, ເຊິ່ງຕັ້ງຢູ່ໃກ້ກັບເຂດປ່າໄມ້ Black Forest, ແລະ ຫ່າງຈາກຊາຍແດນປະເທດຝຣັ່ງ ແລະ ສະວິດເຊີແລນ ປະມານ 30 ນາທີ.

ວິທີສະໝັກ  

ນັກຮຽນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ. ຕັ້ງແຕ່ປີ 2014, ທາງໂຮງຮຽນໄດ້ມອບທຶນການສຶກສາຕື່ມອີກເປັນຈຳນວນ 2 ທຶນສຳລັບນັກຮຽນທີ່ມີເບື້ອງຫຼັງເປັນຊາວອົບພະຍົບມາກ່ອນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ໂຣເບີດ ບັອດສ໌ , ສາມາດຕິດຕາມໄດ້ທີ່.   

You have not allowed cookies and this content may contain cookies.

If you would like to view this content please

ລາຍລະອຽດສາມາດຕິດຕໍ່


UWC Robert Bosch College
Kartäuserstraße 119
79104 Freiburg

18 Colleges
Worldwide