Skip to content ↓
map

UWC ຊາງຊູ ປະເທດຈີນ (UWC Changshu China)

ເມືອງຊາງຊູ (Changshu), ປະເທດຈີນ , China

ນັກຮຽນ 443 ຄົນ,
ອາຍຸ 15 - 18 ປີ

ສ້າງຕັ້ງຂຶ້ນ

2015

3 March 2017

UWC ຊາງຊູ ປະເທດຈີນ ສ້າງຕັ້ງຂຶ້ນໃນປີ 2015 ເຊິ່ງເປັນໂຮງຮຽນຂອງ UWC ແຫ່ງທຳອິດຂອງແຜ່ນດິນໃຫຍ່ປະເທດຈີນ ແລະ ເປັນຄວາມຄິດລິເລີ່ມຈາກບັນດາອະດີດນັກສຶກສາຈາກ UWC ຂອງປະເທດຈີນ, ທ່ານ ມາກ ເຈຍເປງ ຫວາງ (Mark Jiapeng Wang). ຕັ້ງແຕ່ມື້ທຳອິດທີ່ໂຮງຮຽນໄດ້ເປີດຂຶ້ນ, ໂຮງຮຽນແຫ່ງນີ້ໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວເປັນຂັ້ນໆ ແລະ ປັດຈຸບັນມັນໄດ້ກາຍເປັນບ້ານໃຫ້ແກ່ 443 ນັກຮຽນ. UWC ຊາງຊູ ປະເທດຈີນ ມີທັງໝົດ 3 ຊັ້ນຮຽນ: ມັດທະຍົມປີທີ 5, 6, ແລະ 7 ເຊິ່ງສ່ວນຫຼາຍນັກຮຽນນາໆຊາດແມ່ນຈະຢູ່ຊັ້ນມັດທະຍົມປີທີ 6 ແລະ 7.  

3 ລັກສະນະເດັ່ນຂອງໂຮງຮຽນ 
  • ວັດທະນະທຳຈີນ (Chinese Culture): ນັກຮຽນແຕ່ລະຄົນຕ້ອງໄດ້ຮຽນຫຼັກສູດກ່ຽວກັບຈີນຢ່າງໜ້ອຍ 1​ວິຊາ ບໍ່ວ່າຈະເປັນ ພາສາຈີນ, ວັນນະຄະດີຈີນ ຫຼື ວັດທະນະທຳ, ການສ້າງສະພາບແວດລ້ອມທີ່ມີການປະສົມປະສານຂອງວັດທະນະທຳຈີນກາງ ແລະ ວັດທະນະທຳຈີນເພື່ອເປັນການສະໜັບສະໜູນການສອນ ແລະ ການຮຽນຮູ້. ໃນຂະນະດຽວກັນນັ້ນ, ໂຄງການ ຢີ ຊິງ (Zhi Xing ເຊິ່ງແປວ່າ: ຮຽນຮູ້ຈາກການເຮັດການກະທຳ)​ ຍັງຊ່ວຍໃຫ້ນັກຮຽນຄົ້ນຄວ້າຫາຄວາມຮູ້ກ່ຽວກັບວັດທະນະທຳຈີນຜ່ານການສົນທະນາກັບຊູມຊົນໃກ້ຄຽງ. 
  • ຜູ້ນຳໄວໜຸ່ມ (Youth Leadership): ກິດຈະກຳຫຼາຍຢ່າງຂອງໂຄງການ ຢີ ຊິງ ແມ່ນນຳພາໂດຍນັກຮຽນ, ຜູ້ມີຄວາມຮູ້ ແລະ ປະສົບການທີ່ສາມາດຊ່ວຍເຫຼືີອໝູ່ໃນຫ້ອງຮຽນປະສົບຜົນສຳເລັດໃນກິດຈະກຳດັ່ງກ່າວ, ເປັນຕົວຢ່າງທີ່ດີໃຫ້ແກ່ໝູ່ເພື່ອນທັງທີ່ມັນຍັງເປັນການທ້າທາຍຕົວພວກເຂົາເອງອີກດ້ວຍ. 
  • ການເຮັດວຽກກ່ຽວກັບສິ່ງແວດລ້ອມ (Environmental Stewardship): ນັກຮຽນທຸກຄົນມີສ່ວນຮ່ວມເຂົ້າໃນການເຮັດກິດຈະກຳຕ່າງໆເປັນຕົ້ນແມ່ນ ການຣີໄຊໂຄ້ (recycling), ການເຮັດສວນປອດສານຜິດ, ແລະ ການປົກປັກຮັກສາເຂດທີ່ມີນ້ຳຖ້ວມຂັງ (ໜອງ, ບຶງ) ເຊິ່ງກິດຈະກຳເຫຼົ່ານີ້ເປັນການສ້າງຜົນກະທົບດ້ານບວກໃຫ້ກັບສະພາບແວດລ້ອມຊຸມຊົນອີກດ້ວຍ.  
ພາຍໃນຫ້ອງຮຽນ  

UWC ຊາງຊູ ປະເທດຈີນ ໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆ (International Baccalaureate Diploma Programme (IBDP)) ແລະ ຫຼັກສູດກຽມໃບປະກາດສະນີຍະບັດນາໆຊາດ (Pre-IBDP Programme)​ ສຳລັບນັກຮຽນຊັ້ນປີທີ 5 ເຂົ້າໃນການສິດສອນ. 

ຫຼັກສູດ Pre-IBDP ມີຈຸດປະສົງເພື່ອໃຫ້ນັກຮຽນໄດ້ຮັບທັກສະແລະຄວາມຮູ້ທີ່ຈໍາເປັນສໍາລັບຫຼັກສູດໃບປະກາດສະນີຍະບັດນາໆຊາດ (IBDP). 

ນອກຈາວິຊາສາມັນສຶກສາທົ່ວໄປຂອງຫຼັກສູດໃບປະກາດສະນີຍະບັດນາໆຊາດແລ້ວ, ທາງ UWC ຊາງຊູ ຍັງມີວິຊາພາສາຈີນຂັ້ນພື້ນຖານ (ສຳລັບນັກຮຽນນາໆຊາດ), ວິຊາພູມສາດ, ເສດຖະສາດ, ປັດຊະຍາ, ມຸມມອງທົ່ວໂລກ, ການສຶກສາກ່ຽວກັບປະເທດຈີນ, ການສະແດງລະຄອນ, ສິລະປະກຳ, ພາສາສະເປນ, ຝຣັ່ງ ແລະ ເຢຍລະມັນ.

ນອກຫ້ອງຮຽນ  

UWC ຊາງຊູ ປະເທດຈີນ ໄດ້ໃສ່ຊື່ໂຄງການ ແຄັດສ໌ (CAS ເຊິ່ງລວມມີ ກິດຈະກຳດ້ານຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກຳ ແລະ ການຊ່ວຍເຫຼືອສັງຄົມ) ວ່າ ໂຄງການ ຢີ ຊິງ (Zhi Xing (知行)) ເຊິ່ງມີຄວາມໝາຍວ່າ ‘ຮຽນຮູ້ຈາກການເຮັດການກະທຳ’ ຫຼື ‘ນຳໃຊ້ຄວາມຮູ້ເຂົ້າໃນການກະທຳ’. ໂຄງການນີ້ເປີດໂອກາດໃຫ້ນັກຮຽນສາມາດຄົ້ນຫາຄວາມຮູ້ກ່ຽວກັບວັດທະນະທຳຈີນ ພາຍໃນໂຮງຮຽນ ແລະ ຜ່ານການສົນທະນາກັບຊຸມຊົນອ້ອມຂ້າງ. ກິດຈະກຳຫຼາຍຢ່າງ ເຊັ່ນ: ການສະແດງສິລະປະຂອງວັດທະນະທຳຈີນ, ການປະດິດຕົວອັກສອນ, ຫຼື ເຄື່ອງດົນຕີພື້ນເມືອງຂອງປະເທດຈີນ ແມ່ນມີເປົ້າໝາຍແນໃສ່ວັດທະນະທຳຈີນໂດຍກົງ ເຊິ່ງຊ່ວຍໃຫ້ນັກຮຽນນາໆຊາດສາມາດເຂົ້າໃຈວັດທະນະທຳຈີນແບບອົງລວມ. ກິດຈະກຳດັ່ງກ່າວຍັງເປັນການໃຫ້ໂອກາດນັກຮຽນຈີນແບ່ງປັນ ແລະ ຊອກຮູ້ຄວາມຮູ້ເພີ່ມເຕີມກ່ຽວກັບວັດທະນະທຳຂອງຕົນເອງ. ກິດຈະກຳອື່ນໆລວມມີ ການເປັນອາສາສະໝັກໃຫ້ກັບສະຖານທີ່ສຳລັບຄົນສູງອາຍຸ. ໂຮງຮຽນ ແລະ ສູນພັດທະນາຊຸມຊົນເຂດທ້ອງຖິ່ນ, ເຊິ່ງກິດຈະກຳເຫຼົ່ານີ້ເປັນການຂະຫຍາຍຂອບເຂດການສຶກສາຂອງນັກຮຽນໃຫ້ລວມມີຄວາມຮູ້ກ່ຽວກັບວັດທະນະທຳ, ຜູ້ຄົນ ແລະ ສະພາບແວດລ້ອມຂອງປະເທດຈີນ.

ໂປຣເຈັກ ວິກຄ (Project weeks) ເປັນໂອກາດການຮຽນຮູ້ອັນລ້ຳຄ່າໃຫ້ແກ່ນັກຮຽນ, ເປັນການຊ່ວຍໃຫ້ນັກຮຽນເອົາຄຸນຄ່າຂອງ UWC ເຂົ້າໃນການກະທຳ. ໂປຣເຈັກນີ້ເກີດຂຶ້ນປີລະຄັ້ງ, ນັກຮຽນສາມາດສຳຫຼວດພື້ນທີ່ຫ່າງໄກສອກຫຼີກຂອງປະເທດຈີນ. ພະນັກງານຂອງໂຮງຮຽນນຳພານັກຮຽນທີ່ຢູ່ໃນຫຼັກສູດ IBDP ໄປເຂດທີ່ບໍ່ຄ່ອຍພັດທະນາເປັນເວລາໜຶ່ງອາທິດເພື່ອເປັນຈິດອາສາໃຫ້ກັບຊຸມຊົນ. ນັກຮຽນມີໂອກາດສົນທະນາກັບຊຸມຊົນທ້ອງຖິ່ນຜ່ານການຮຽນ, ການເຮັດກິດຈະກຳນອກໂຮງຮຽນ ແລະ ກິດຈະກຳອື່ນໆ. ໂຄງການດັ່ງກ່າວຍັງເປັນການມອບໂອກາດໃຫ້ນັກຮຽນໃນແງ່ມຸມຂອງແຕ່ລະ ລະດັບການພັດທະນາດ້ານເສດຖະກິດຂອງປະເທດຈີນ.

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ   

ໂຮງຮຽນແຫ່ງນີ້ແມ່ນຖືກອອກແບບໂດຍທ່ານ ໂໝ ຜິງ (Mo Ping), ເຊິ່ງເປັນລູກບຸນທຳຂອງນັກສະຖາປະນິດຊື່ດັງ ທ່ານ ເຜີຍ (I.M. Pei), ໂຮງຮຽນທີ່ມີເນື້ອທີ່ 24 ເອເຄີ້ແຫ່ງນີ້ໄດ້ຖືກສ້າງຂຶ້ນຢູ່ເທິງເກາະທາງພາກຕາເວັນຕົດສຽງເໜືອຂອງທະເລສາບ ຄຸນເຊັງ (Kuncheng). ດ້ານການອອບແບບດ້ານສະຖາປະນິກ, ວິທະຍາເຂດຂອງໂຮງຮຽນຍັງເປັນທີ່ລະນຶກເຖິງໝູ່ບ້ານແຄມແມ່ນ້ຳທາງຕອນໃຕ້ຂອງປະເທດຈີນ, ເຊິ່ງການເຊື່ອມຕໍ່ລະຫວ່າງທຸກພາກສ່ວນແມ່ນເປັນໄປຢ່າງງ່າຍດາຍ ແລະ ປາສະຈາກສິ່ງກີດຂວາງໃດໆ. ສະຖານທີ່ແຫ່ງນີ້ຍັງປະກອບໄປດ້ວຍເຕັກໂນໂລຢີທີ່ລ້ຳໜ້າຫຼາຍຢ່າງເພື່ອເພີ່ມຄວາມໝັ້ນຍືນ ແລະ ເປັນມິດຕໍ່ສິ່ງແວດລ້ອມເຊັ່ນ: ລະບົບເຮັດຄວາມຮ້ອນ, ແຜ່ນຜະລິດພະລັງງານຈາກແສງອາທິດ ໂຊລ້າເຊວສ໌ເທິງຫຼັງຄາ, ແຜ່ນໂຊລ້າເຊວສ໌ແບບໄຮບິຣດ (hybrid solar panel), ເສົາໄຟຟ້າຕາມຫົນທາງທີ່ສາມາດພະລັງງານຈາກແຮງລົມ ແລະ ຄຸນສົມບັດອື່ນໆ.  

ສິ່ງເອື້ອອຳນວຍຄວາມສະດວກຕ່າງໆລວມມີ: ສູນສິລະປະການສະແດງທີ່ມີຫຼາຍຄຸນສົມບັດ, ສູນກິລາທີ່ທັນສະໄໝ, ສູນອອກກຳລັງກາຍໃນຮົ່ມ, ສະລອຍນ້ຳ, ສູນເຝິກໂຍຄະ ແລະ ເຕັ້ນລຳ ແລະ ສູນອອກກຳລັງກາຍກາງແຈ້ງ, ເດີ່ນກິລາບານບ້ວງ, ເດີ່ນກິລາເຕະບານ, ຫາດຊາຍສຳລັບກິລາຕີບານ, ສູນວິທະຍາສາດ, ເຕັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ (ຫຼືເອີ້ນວ່າ ສະເຕັມ);​ ຫໍປະຊຸມ, ບ້ານພັກອາໄສສຳລັບນັກຮຽນ ແລະ ອາຈານ, ຫ້ອງອາຫານ ແລະ ຫ້ອງສະໝຸດ. 

ທີ່ຕັ້ງທາງດ້ານພູມສາດ  

ຊາງຊຸ  (Changshu) ເປັນເມືອງທີ່ຢູ່ໃນເຂດອຳນາດສານຂອງ ຊູໂຈ (Suzhou), ແຂວງ ຈຽງຊູ (Jiangsu) ເຊິ່ງຕັ້ງຫ່າງຈາກ ຊຽງໄຮ້ ໄປທາງທິດຕາເວັນຕົກປະມານ 110​ ກິໂລແມັດ ໃຈກາງແມ່ນ້ຳແຢງຊີ (Yangtze). 

 ວິທີສະໝັກ 

ສຳລັບນັກຮຽນທີ່ມີຄວາມສົນໃຈຢາກເຂົ້າຮຽນຫຼັກສູດໃບປະກາດສະນີຍະບັດນາໆຊາດ (IBDP) ແມ່ນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ. ສຳລັບຜູ້ສະໝັກທີ່ຖືສັນຊາດຈີນ, ປະຊາກອນຂອງແຜ່ນດິນໃຫຍ່ປະເທດຈີນ, ແລະ ສຳລັບຜູ້ສະໝັກຈາກປະເທດອື່ນທີ່ບໍ່ຜ່ານເງື່ອນໄຂການສະໝັກຂອງຄະນະກຳມະການ UWC ແມ່ນສາມາດສະໝັກໂດຍກົງກັບທາງໂຮງຮຽນໄດ້. ເຊັ່ນດຽວກັນກັບນັກຮຽນທີ່ຢູ່ໃນຫຼັກສູດກຽມໃບປະກາດສະນີຍະບັດນາໆຊາດ (Pre-IBDP) ແມ່ນສາມາດສະໝັກຜ່ານທາງໂຮງຮຽນໄດ້. ສຳລັບຂໍ້ມູນເພີ່ມເຕີມ, ສາມາດຕິດຕາມໄດ້ທີ່. 

 

 

You have not allowed cookies and this content may contain cookies.

If you would like to view this content please

 

ລາຍລະອຽດສາມາດຕິດຕໍ່


UWC Changshu China,
No. 88 Kun-Cheng-Hu-Xi Road,
Changshu,
Jiangsu,
China 215500

18 Colleges
Worldwide