Skip to content ↓
map

UWC ອາຊີຕາເວັນອອກສຽງໃຕ້ (UWC South East Asia)

 

ສິງກະໂປ

ນັກຮຽນ 5,500 ຄົນ,

ອາຍຸ 14–18

ປີ

ສ້າງຕັ້ງຂຶ້ນ

1971

3 March 2017

ໄຂຂຶ້ນໃນປີ 1971 ໂດຍທ່ານນາຍົກລັດຖະມົນຕີ ລີ ກວນ ຢິວ (Lee Kuan Yew) ແລະ ເບື້ອງຕົ້ນມີຊື່ວ່າ ໂຮງຮຽນນາໆຊາດສິງກະໂປ, ຕໍ່ມາໃນປີ 1975 ໂຮງຮຽນແຫ່ງນີ້ໄດ້ກາຍເປັນສະມາຊິກເຕັມຮູບແບບຂອງຂະບວນການ UWC ແລະ ມີຊື່ວ່າ UWC ອາຊີຕາເວັນອອກສຽງໃຕ້ ຫຼື UWCSEA. UWC ແຫ່ງນີ້ໄດ້ແບ່ງອອກເປັນ 2 ວິທະຍາເຂດ: ວິທະຍາເຂດ ໂດເວີ້ (Dover) ໄດ້ຂະຫຍາຍອອກໃນປີ 1990 ເພື່ອລວມເອົານັກຮຽນຕັ້ງແຕ່ຊັ້ນປະຖົມທີ່ມີອາຍຸນ້ອຍເຖິງ 4 ປີ ແລະ ວິທະຍາເຂດ ຕາເວັນອອກ ຫຼື ວິທະຍາເຂດ ອີດສ໌ (East) ໄດ້ໄຂຂຶ້ນໃນປີ 2011 ເພື່ອຕ້ອນຮັບເອົານັກຮຽນຈຳນວນ 2,500 ເຂົ້າສູ່ຄອບຄົວ.

3 ລັກສະນະເດັ່ນຂອງໂຮງຮຽນ

  • ຄວາມຫຼາກຫຼາຍ (Diversity): ໂຮງຮຽນແຫ່ງພັດທະນາຫຼັກສູດການສຶກສາເພື່ອໃຫ້ນັກຮຽໜຊຶມຊັບເອົາພາລະກິດ ແລະ ຄຸນຄ່າຂອງຂະບວນການ UWC. ນັກຮຽນທຸກຄົນຖືກຄັດເລືອກອີງຕາມການຄວມຕັ້ງໃຈໃນການສ້າງຊຸມຊົນໃຫ້ມີຄວາມແຕກຕ່າງດ້ານວັດທະນະທຳ ແລະ ປະສົບການຊີວິດ. ສຳລັບນັກຮຽນຕັ້ງແຕ່ອາຍຸ 4 ປີຂຶ້ນໄປ, ຫຼັກສູດການສຶກສາຂອງUWCSEA ແມ່ນແນໃສ່ການສ້າງເສັ້ນທາງທີ່ເຫມາະສົມສໍາລັບການພັດທະນາຄວາມເຂົ້າໃຈທາງດ້ານວັດທະນະທໍາແລະລະຫວ່າງບຸກຄົນ.  
  • ທີ່ຕັ້ງອັນມີຊີວິດຊີວາ (Vibrant Location):  - ນະຄອນຫຼວງຂອງສິງກະໂປທີ່ມີຂະໜາດນ້ອຍ ແລະ ເປັນສູນກາງໃນພູມມິພາກອາຊີ, ເປັນການຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ເຖິງຊຸມຊົນຊາວສິງກະໂປ ແລະ ເຊື້ອມຕໍກັບຊຸມຊົນຢູ່ບັນດາປະເທດໃກ້ຄຽງ.
  • ຈຳນວນນັກຮຽນຂະໜາດໃຫຍ່ (Large Student Body): ຂະຫນາດອັນກວ້າງຂວາງຂອງໂຮງຮຽນຊ່ວຍໃຫ້ນັກຮຽນສາມາດມີສ່ວນຮ່ວມໃນກິດຈະກຳຫຼາກຫຼາຍຂະແໜງ, ມີໂອກາດໃນການຮຽນຮູ້ກ່ຽກັບການສຶກສາຂອງ UWC ອັນລວມໄປເຖິງ ໂຄງການກ່ຽວກັບການສຶກສາເຊິ່ງລວມມີກິດຈະກໍາ, ການໃຫ້ຄວາມຊ່ວຍເຫຼືອ, ການສຶກສານອກໂຮງຮຽນ ແລະການສຶກສາສ່ວນບຸກຄົນແລະສັງຄົມ.
ພາຍໃນຫ້ອງຮຽນ 

UWCSEA ໄດ້ພັດທະນາແນວຄິດອີງໃສ່ຫຼັກສູດ K-12 ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດປັບໂຕໄດ້ຢ່າງວ່ອງໄວຈາກໂຮງຮຽນອະນຸບານເຖິງ ຊັ້ນມັດທະຍົມປີທີ 7. ແຕ່ລະຫລັກສູດ (ຫຼືວິຊາ) ມີມາດຕະຖານບົ່ງບອກເຖິງແນວຄິດທີ່ເນັ້ນຄວາມສໍາຄັນທີ່ຂອງແຕ່ລະຫຼັກສູດສໍາລັບນັກຮຽນທຸກຄົນ. ມາດຕະຖານເຫຼົ່ານີ້ຖືກນໍາໃຊ້ໃນຢ່າງເຫມາະສົມກັບແຕ່ລະອາຍຸ ແລະ ທຸກລະດັບຊັ້ນຮຽນ, ເຊິ່ງເປັນສ້າງຂຶ້ນເປັນໄປຕາມທຳມະຊາດຕາມຄວາມສັບສົນຂອງແຕ່ລະໄລຍະທີ່ນັກຮຽນກ້າວໄປເຖິງການສຶກສາລະດັບວິທະຍາໄລ. 

ໂຮງຮຽນຊັ້ນມັດທະຍົມຕອນປາຍຂອງໂຮງຮຽນແຫ່ງນີ້ ແມ່ນໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາ (International Baccalaureate Diploma Program (IBDP)) ເຂົ້າໃນການສິດສອນນັກຮຽນຊັ້ນມັດທະຍົມປີທີ 6 ແລະ 7. ສຳລັບນັກຮຽນທີ່ເຂົ້າຮຽນຊັ້ນມັດທະຍົມປີທີ 4 ແມ່ນຈະໄດ້ຮຽນຫຼັກສູດໃບປະກາດນາໆຊາດຊັ້ນມັດທະຍົມສຶກສາຕອນຕົ້ນ (GCSE program) ເປັນເວລາ 2​ ປີ, ໃນຂະນະທີ່ພື້ນຖານຫຼັກສູດ IB ແມ່ນສຳລັບນັກຮຽນທີ່ເຂົ້າຮຽນຊັ້ນມັດທະຍົມປີທີ 5. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, UWCSEA ຍັງມີ ວິຊາພາສາດັດຈ (Dutch), ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ເກົາຫຼີ,​ ຈີນ ແລະ ລັດເຊຍ, ການອອກແບບເຕັກໂນໂລຢີ, ວິທະຍາສາດຄອມພິວເຕີ, ລະບົບວິທະຍາສາດທຳມະຊາດ ແລະ ສັງຄົມ, ການເມືອງໂລກ, ຈິດຕະວິທະຍາ, ປັດຊະຍາ, ພາລະສຶກສາ ແລະ ວິທະຍາສາດສຸຂະພາບ, ການເຕັ້ນ, ຮູບເງົາ, ດົນຕີ, ສິລະປະກຳ ແລະ ການສະແດງລະຄອນ. 

ນອກຫ້ອງຮຽນ 

ໃນສົກຮຽນປີ 2015/2016, ທາງໂຮງຮຽນມີກິດຈະກຳທັງໝົດ 1,872 ກິດຈະກຳທີ່ແຕກຕ່າງກັນ. ເຊິ່ງໃນນັ້ນ, 132 ກິດຈະກຳແມ່ນກ່ຽວກັບສິລະປະຮູບປະທຳ ແລະ ການສະແດງ, 1,172 ກິດຈະກຳດ້ານກິລາທີ່ແຕກຕ່າງກັນ,​ ຟິດເນດສ໌ ແລະ ກິດຈະກຳເພື່ອສຸຂະພາບ, 106 ກິດຈະກຳເພື່ອການພັດທະນາຄວາມເປັນຜູ້ນຳ, 246​ ສະມາຄົມນັກຮຽນທີ່ປຶກສາກ່ຽວກັບຫົວຂໍ້ທີ່ສຳຄັນ ແລະ 216 ກິດຈະກຳອື່ນໆອີກ. 

ນອກຈາກນັ້ນ, ທາງໂຮງຮຽນຍັງມີ 349 ທັດສະນະສຶກສາຢູ່  ໃນ 32 ປະເທດທົ່ວໂລກ. ນັກຮຽນຍັງປະກອບສ່ວນເຂົ້າໃນກິດຈະກຳຊ່ວຍເຫຼືອສັງຄົມໃນໂຮງຮຽນ, ຊຸມຊົນສິງກະໂປ. ນັກຮຽນໄດ້ຮ່ວມເປັນສ່ວນໜຶ່ງຂອງ Global Concerns ເຊິ່ງເປັນຫຸ້ນສ່ວນກັບອົງການພັດທະນາເອກະຊົນລະດັບຮາກຖານໃນບັນດາປະເທດອ້ອມຂ້າງສິງກະໂປ. 

ໂຄງການໄລຍະສັ້ນ  

ໂຄງການການສ້າງຕັ້ງສັນຕິພາຍ ຫຼື The Initiative for Peace (ifP) ສ້າງຕັ້ງຂຶ້ນໃນປີ 2001​ ໂດຍກຸ່ມນັກຮຽນ ແລະ ພະນັກງານທີ່ສົ່ງເສີມສັນຕິພາບໃນໂລກ, ປະເທດ ແລະ ຂົງເຂດທີ່ມີຄວາມຂັດແຍ່ງເກີດຂຶ້ນ. ກອງປະຊຸມປະຈຳປີ (ເຊິ່ງປັດຈຸບັນເກີດຂຶ້ນຢູ່ສິງກະໂປ, ຕີມໍ ເລດສເຕ້ ແລະ ປະເທດໄທ) ເຊິ່ງເກີດຂຶ້ນຈາກການກະກຽມຂອງນັກຮຽນຊັ້ນມັດທະຍົມປີທີ 11 ເປັນເວລາໜຶ່ງປີ. ນັກຮຽນຈາກທັງສອງວິທະຍາເຂດໄດ້ຮັບການເຝິກຝົນຈາກຜູ້ຊ່ຽວຊານໃນຂະແໜງການການບໍລິຫານຂອງພາກສ່ວນລັດ, ການແກ້ໄຂບັນຫາຄວາມຂັດແຍ່ງ ແລະ ການເຈລະຈາ, ແລະ ມຸມມອງທາງປະຫວັດສາດເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ນຳຊາວໜຸ່ມຈາກປະເທດເຈົ້າບ້ານ

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ 

ວິທະຍາເຂດ ໂດ່້ເວີ້ (Dover) ແມ່ນສ້າງຕັ້ງຂຶ້ນໃນໂຮງຮຽນກອງທັບບົກ ເຊັ່ນ ຈອນ () ໃນປີ 1971, ມີຕົ້ນໄມ້ ແລະ ຊ່ອງຫວ່າງຫຼາກຫຼາຍ.ໃນຂະນະທີ່ວິທະຍາເຂດແຫ່ງນີ້ໃຊ້ເວລາປ່ຽນແປງ ແລະ ຕົກແຕ່ງໃໝ່ເປັນເວລາ 5 ປີ ແລະ ສຳເລັດໃນເດືອນມັງກອນ ປີ 2017, ເຕັ້ນ ພາຊ້າ (Tent Plaza) ຍັງຄົງເປັນໝາກຫົວໃຈຂອງສັງຄົມໃນຊຸມຊົນແຫ່ງນີ້. ວິທະຍາເຂດແຫ່ງນີ້ມີບ້ານພັກ 2​ ຫຼັງ: ບ້ານພັກ ເຄີດ ຮານ (Kurt Hahn) ແລະ ບ້ານພັກ ເນວສັນ ແມນເດລາ (Nelson Mandela) ເຊີ່ງທັງສອງແມ່ນຫ່າງຈາກຫໍພັກຂອງນັກຮຽນຊັ້ນມັດທະຍົມປີທີ 3 ແລະ 7 ປະມານ 192 ຄົນ

ວິທະຍາເຂດ ອີດສ໌ (East) ສ້າງຕັ້ງຂຶ້ນໃນເດືອນສິງຫາ ປີ 2011, ໂດຍມີຈຸດປະສົງໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແບບໝັ້ນຍືນຂອງຂະບວນການ UWC, ກຳນົດມາດຕະການການອອກແບບລະດັບໂລກ, ນະວັດຕະກຳ, ການເຂົ້າເຖິງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ. ສຳລັບບ້ານ ແທມພິເນັດສ (Tampines House) ແມ່ນເປັນຫໍພັກຫຼາຍຊັ້ນທີ່ສາມາດເບິ່ງເຫັນທິວທັດຂອງໂຮງຮຽນ ແລະ ມີນັກຮຽນ 160 ຄົນໃນຊັ້ນມັດທະຍົມປີ່ທີ 3 ຫາ 7.

ທີ່ຕັ້ງດ້ານພູມສາດ​​​​​​​ 

ວິທະຍາເຂດ ໂດ່້ເວີ້ (Dover) ມີເນື້ອທີ່ 11 ເຮັກຕ້າ ໃນເຂດຄຣີເມນຕີ (),​ ທາງພາກຕາເວັນຕົກໃນໃຈກາງຂອງເຂດທຸລະກິດ ແລະ ຢູ່ໃກ້ກັບມະຫາວິທະຍາໄລແຫ່ງຊາດສິງກະໂປ. ວິທະຍາເຂດ ອີດສ໌ (East) ແມ່ນມີເນື້ອທີ່ປະມານ 5.5 ເຮັກຕ້າໃນ ແທມພີເນັດສ(Tampines), ເປັນເຂດທີ່ມີການພັດທະນາຢ່າງວ່ອງໄວຢູ່ພາກຕາເວັນອອກສຽງເໜືອໃກ້ກັບສະໜາມບິນ ຊາງອີ (Changi). 

ວິທີສະໝັກ​​​​​​​ 

ນັກຮຽນສ່ວນໃຫຍ່ແມ່ນໄດ້ຮັບການຄັດເລືອກຜ່ານການສະໝັກໂດຍກົງອັນຄຳນຶງເຖິງພາລະກິດຂອງຂະບວນການ UWC ໂດຍຕັ້ງໃຈເລືອກເຟັ້ນນັກຮຽນທີ່ມີຜູກມິດກັບ ພາລະກິດ ແລະ ວິໄສທັດຂອງໂຮງຮຽນ ຈາກຫຼາກຫຼາຍເຊື້ອຊາດ, ເບື້ອງຫຼັງ ແລະ ປະສົບການຊີວິດ. ນັກຮຽນທຶນການສຶກສາສ່ວນໃຫຍ່ໄດ້ຮັບການຄັດເລືອກຈາກຄະນະກຳມະການ UWC ທີ່ປະຈຳຢູ່ແຕ່ລະປະເທດ. ນັກຮຽນສ່ວນໃຫຍ່ແມ່ນເຂົ້າຮຽນຫຼັກສູດ IBDP ເປັນເວລາ 2 ປີ, ເຖິງຢ່າງໃດກໍຕາມ ນັກຮຽນບາງຈຳນວນແມ່ນເຂົ້າຮຽນຫຼັກສູດນີ້ເປັນເວລາ 5 ຫຼື 3 ປີ (ຊັ້ນມັດທະຍົມປີທີ 3 ຫຼື 5) ເຊິ່ງຈະເປັນການກະກຽມທີ່ເໝາະສົມສຳລັບຫຼັກສູດ IB. ສຳລັບຂໍ້ມູນເພີ່ມເຕີມ,​ ສາມາດຕິດຕາມໄດ້ທີ່. 

You have not allowed cookies and this content may contain cookies.

If you would like to view this content please

ລາຍລະອຽດສາມາດຕິດຕໍ່


Dover Campus
1207 Dover Road,
Singapore 139654
East Campus
1 Tampines
Street 73,
Singapore 528704

18 Colleges
Worldwide