Skip to content ↓
map

UWC ວໍເຕີ້ຟອດ ກາລາບາ ແຫ່ງອາຟຮິກາໃຕ້ (Waterford Kamhlaba UWC of Southern Africa)

ອຳບາບາເນ (Mbabane), ປະເທດສະວາຊີແລນ

ນັກຮຽນ 600 ຄົນ, ອາຍຸ 11 - 20 ປີ

ສ້າງຕັ້ງຂຶ້ນ

1963

3 March 2017

UWC ວໍເຕີ້ຟອດ ກາລາບາ ຂອງ ອາຟຣິກາໃຕ້ຖືກສ້າງຕັ້ງຂື້ນໃນປີ1963 ເພື່ອຕອບສະຫນອງຕໍ່ລະບົບການສຶກສາທີ່ແຕກແຍກແລະບໍ່ເທົ່າທຽມກັນໃນແຖບອາຟຣິກາໃຕ້. ສະຖານທີຕັ້ງເດີມຂອງໂຮງຮຽນແມ່ນຕັ້ງຢູ່ໃນຟາມທີ່ມີຊື່ວ່າ  “ວໍເຕີ້ຟອດ ພາກ ເອັສເຕດ”. ທ່ານສົມເດັດພະເຈົ້າຢູຫົວ Sobhuza II, ອະດີດ Ngwenyama ຂອງປະເທດສະວາຊີແລນ, ໄດ້ເຂົ້າຢ້ຽມຢາມໂຮງຮຽນໃນປີ 1967, ລາວໄດ້ຕັ້ງຊື່ໂຮງຮຽນວ່າ “ກາລາບາ”, ທີ່ມີສອງຄວາມໝາຍວ່າ “ຂອງໂລກ”, ໂລກຂະໜາດນ້ອຍ, ແລະເຮົາແມ່ນ “ຂອງແຜ່ນດິນ”, ໂດຍປາສະຈາກຄວາມແຕກຕ່າງທາງດ້ານເຊື້ອຊາດຫຼືສາສະໜາ. ໂຮງຮຽນ  UWC ແຫ່ງນີ້ມີຄວາມແຕກຕ່າງຈາກໂຮງຮຽນ  UWC ແຫ່ງອື່ນໆບ່ອນທີ່ວ່າ ປີການຮຽນທີ່ໂຮງຮຽນ UWC ສະວາຊີແລນແມ່ນເລີ່ມແຕ່ເດືອນມັງກອນຈົນເຖິງເດືອນພະຈິກ.  

3 ລັກສະນະເດັ່ນຂອງໂຮງຮຽນ 

  • ຄວາມສຳພັນອັນແຂງແກ່ນກັບຜູ້ເຮັດການປ່ຽນແປງຂອງເຂດທ້ອງຖິ່ນ​ (Strong Relationships with Local Change-Makers): ຍ້ອນການຊ່ວຍເຫຼືອສັງຄົມ, ໂຮງຮຽນແຫ່ງນີ້ມີຄວາມສຳພັນອັນແຂງແກ່ນ ກັບ ອົງການຂອງທ້ອງຖິ່ນ ເປັນຕົ້ນແມ່ນ ຄ້່າຍສຳລັບຊາວອົບພະຍົບ ແລະ ເຂດໝູ່ບ້ານໃກ້ຄຽງ (ສູນຊ່ວຍເຫຼືອເດັກນ້ອຍ).
  • UWC ວໍເຕີ້ຟອດ ກາລາບາ ເປັນໂຮງຮຽນ UWC ແຫ່ງດຽວໃນອາຟຣິກາ, ອັນເຮັດໃຫ້ ວໍເຕີ້ຟອດ ກາລາບາ ມີຄວາມເປັນເອກະລັກທີ່ເປັນຕົວແທນຂອງແນວທາງ ແລະ ພາລະກິດ ຂອງຂະບວນການ UWC, ພ້ອມທັງເປັນສະຖານທີ່ໆມອບການສຶກສາໃຫ້ກັບກຸ່ມນັກປ່ຽນແປງຊາວອາຟຣິກາ ຕັ້ງແຕ່ມື້ເລີ່ມສ້າງຕັ້ງໂຮງຮຽນຂຶ້ນ.
  • ໂຮງຮຽນທຳອິດທີ່ຮວບຮວມເອົານັກຮຽນທີ່ມີຄວາມແຕກຕ່າງດ້ານເຊື້ອຊາດໃນອາຟຣິກາໃຕ້ (First Multiracial school in SA): ເຊິ່ງເບື້ອງຕົ້ນຖືກສ້າງຕັ້ງຂຶ້ນເພື້ອເປັນການຕອບໂຕ້ເຖິງລະບົບການແບ່ງແຍກຂອງອາຟຣິກາໃຕ້, ເຊິ່ງມີການແບ່ງແຍກທາງດ້ານເຊື້ອຊາດ ແລະ ຍັງບໍ່ອະນຸຍາດໃຫ້ມີໂຮງຮຽນທີ່ຮວບຮວມເອົານັກຮຽນທີ່ມີຄວາມແຕກຕ່າງດ້ານເຊື້ອຊາດສ້າງຂຶ້ນ. ປະຫວັດສາດຄວາມເປັນມາຂອງໂຮງຮຽນ ແລະ ການສັນລະສັນຄວາມແຕກຕ່າງ ໄດ້ເປັນສິ່ງໜຶ່ງທີ່ຖືກຝັງແໜ້ນຢູ່ໃນໝາກຫົວໃຈຂອງໂຮງຮຽນແຫ່ງນີ້ ແລະ ຍັງເປັນສືບຕໍ່ເປັນຄຸນຄ່າອັນສຳຄັນຈົນເຖິງທຸກວັນນີ້. 
ພາຍໃນຫ້ອງຮຽນ  

UWC ວໍເຕີ້ຟອດ ກາລາບາ ມີຫຼັກສູດການສອນທັງໝົດ 3 ຫຼັກສູດເຊັ່ນ: ຫຼັກສູດ ວໍເຕີ້ຟອດ ສຳລັບມັດທະຍົມຕອນຕົ້ນ, ຂັ້ນ 1 ເຖິງ 3 (ສຳລັບນັກຮຽນອາຍຸ 11 ຫາ 14 ປີ), ຫຼັກສູດໃບປະກາດນາໆຊາດຂອງມັດທະຍົມຕອນຕົ້ນຂອງຫຼັກສູດມະຫາວິທະຍາໄລ ແຄມບິດຈ໌ (University of Cambridge International General Certificate of Secondary Education (IGCSE)) ເຊິ່ງເປັນຂັ້ນ 4 ຫາ 5 ແລະ ເປັນຫຼັກສູດສຳລັບນັກຮຽນອາຍຸ 14​ ຫາ 16 ປີ, ແລະ ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ສຳລັບນັກຮຽນມັດທະຍົມປາຍ ອາຍຸ 16 ຫາ 20​ ປີ.

ສຳລັບນັກຮຽນໃນຂັ້ນທີ 5 ຈະບໍ່ສາມາດເຂົ້າຮຽນຕໍ່ໃນຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ໂດຍອັດຕະໂນມັດ ເພາະຕ້ອງສະໝັກເຂົ້າຫຼັກສູດດັ່ງກ່າວ.

ນອກຈາກວິຊາສາມັນສຶກສາທົ່ວໄປໃນຫຼັກສູດໃບປະກາດສະນີຍະບັດນາໆຊາດແລ້ວ, ທາງໂຮງຮຽນຍັງມີວິຊາອື່ນໆໃຫ້ເລືອກອີກເຊັ່ນ: ວິຊາພາສາ ສະວາຕິ (SiSwati), ຝຣັ່ງ, ສະເປນ,​ ມະນຸດວິທະຍາ, ຈິດຕະວິທະຍາ, ການບໍລິຫານທຸລະກິດ, ດົນຕີ, ແລະ ການສະແດງລະຄອນ.​

ນອກຫ້ອງຮຽນ 

UWC ວໍເຕີ້ຟອດ ກາລາບາ ມີກິດຈະກຳດ້ານກິລາຫຼາກຫຼາຍດ້ານ ເຊິ່ງລວມມີ ນັກກິລາ, ກິລາດອກປີກໄກ່, ກິລາບານບ້ວງ, ກິລາຄຣິກເກັດ (cricket), ກິລາຮັອກກີ້ (hockey), ກິລາເນັດບໍ (netball), ກິລາຮັກບີ້, ກິລາເຕະບານ, ກິລາຊັອບບໍ (softball), ສະຄວດ (squash), ລອຍນ້ຳ, ຕີບານ ແລະ ກິລາເທັນນິດສ໌. ນອກຈາກນັ້ນຍັງມີ ການຕັ້ງແຄ້ມ, ການປີນ, ຂີ່ມ້າ, ການພາຍເຮືອຄະຍັກ ແລະ ການແລ່ນ. ສະມາຄົມດົນຕີ ແລະ ລະຄອນ, ແລະ ກຸ່ມສະມາຄົມນັກຮຽນທີ່ດຳເນີນງານໂດຍພະນັກງານ ແລະ ນັກຮຽນ. ຕັ້ງແຕ່ປີ 1979, ພາລະໜ້າທີ່ຂອງທາງໂຮງຮຽນກ່ຽວກັບການຊ່ວຍເຫຼືອສັງຄົມໄດ້ກາຍເປັນນະໂຍບາຍອັນສຳຄັນຂອງໂຮງຮຽນ, ອົງການ ແລະ ຊີວິດ. ພາລະໜ້າທີ່ທົ່ວໄປກໍມີໂຄງການທີ່ນັກຮຽນ 5 ຄົນ ຕໍ່ກຸ່ມເປັນອາສາສະໝັກຊ່ວຍເຫຼືອຊຸມຊົນ ແລະ ອົງການທ້ອງຖິ່ນເຊັ່ນ: ອາສາສະໝັກຊ່ວຍເຫຼືອຜູ້ມີຄວາມບົກຜ່ອງດ້ານຮ່າງກາຍ ແລະ ຈິດໃຈ, ອາສາສະໝັກຕາມໂຮງຮຽນທ້ອງຖິ່ນ, ໂຄງການສ້າງຄວາມຕື່ນຕົວຕໍ່ການຮັກສາສິ່ງແວດລ້ອມ ເຊັ່ນ ການຣິໄຊໂຄ້

 ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ.  

ຫໍພັກ ອີຄຸຄູເລນີ (Ekukhuleni ເຊິ່ງແປວ່າ ສະຖານທີ່ຂອງການເຕີບໃຫຍ່) ມີນັກຮຽນອາໄສຢູ່ປະມານ 80 ຄົນ ເຊິ່ງລວມມີນັກຮຽນ ຂັ້ນ 1, 2 ແລະ 3. ສ່ວນຫໍພັກ ອີຊີເວນີ (Esiveni ເຊິ່ງແປວ່າ ສະຖານທີ່ຂອງປະຊາກອນປະເທດ) ມີນັກຮຽນອາໄສຢູ່ປະມານ 110 ຄົນ ເຊິ່ງລວມມີນັກຮຽນ ຂັ້ນ 4 ແລະ 5. ສຳລັບຫໍພັກ ເອັມລາເບນີ (Emhlabeni ເຊິ່ງແປວ່າ ສະຖານທີ່ຂອງປະຊາກອນໂລກ) ແລະ ເອລານເກນີ (Elangeni ເຊິ່ງແປວ່າ ສະຖານທີ່ຂອງພະອາທິດຂຶ້ນ) ມີນັກຮຽນຂອງຫຼັກສູດໃບປະກາດສະນີຍະບັດນາໆຊາ ອາໄສຢູ່ປະມານ  130 ແລະ 68 ຄົນ ຕາມລຳດັບ, ເຊິ່ງນັກຮຽນອາດຈະຢູ່ຫ້ອງດ່ຽວ ຫຼື ຫ້ອງລວມ. ນັກຮຽນຊາຍ ແລະ ຍິງ ແມ່ນຢູ່ແຍກກັນ, ຫໍພັກລວມມີ ຫ້ອງນັ່ງຫຼິ້ນ, ຫ້ອງຄອມ, ຫ້ອງສະໝຸດ, ຫ້ອງໂທລະທັດ ແລະ ຫ້ອງຄົວ. ໃນແຕ່ລະມື້ ຈະມີຄົນຍາມເພດຍິງ ແລະ ຊາຍປະຈຳຢູ່ແຕ່ລະຫໍພັກ. ວິທະຍາເຂດຍັງມີສິ່ງເອື້ອອຳນວຍຄວາມສະດວກທາງດ້ານກິລາ, ສິລະປະກຳ ແລະ ແຫຼ່ງການຮຽນຮູ້.  

ທີ່ຕັ້ງທາງດ້ານພູມສາດ​​​​​​​  

UWC ວໍເຕີ້ຟອດ ກາລາບາ ຕັ້ງຢູ່ເທິງພູເຂົາ ຊິດວາຊິນີ, ເຊິ່ງຫ່າງຈາກນະຄອນຫຼວງຂອງສະວາຊີແລນພຽງແຕ່ 10​ ຫາ 15 ນາທີທາງລົດ. ໂຮງຮຽນຫຼັງນີ້ເປັນປຽບສະເໝືອນບ້ານຂອງພືດພັນ ແລະ ສັດນາໆຊະນິດ. ເສັ້ນທາງເດີນປ່າຂຶ້ນໄປເທິງຍອດພູເຂົາຂອງໂຮງຮຽນເປັນທິວທັດທີ່ສວຍງາມຂອງສະວາຊີແລນ. 

ວິທີສະໝັກ​​​​​​​ 

 

ນັກຮຽນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programm. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ວໍເຕີ້ຟອດ ກາລາບາ ແຫ່ງອາຟຮິກາໃຕ້, ສາມາດຕິດຕາມໄດ້ທີ່

ລາຍລະອຽດສາມາດຕິດຕໍ່


Waterford Kamhlaba UWCSA
P.O. Box 52
Mbabane H100, Swaziland

18 Colleges
Worldwide